ຈີນເລັ່ງອອກມາດຕະການ ຄວບຄຸມການຂົນສົ່ງ
ເຈົ້າໜ້າທີ່ລັດຖະບານຈີນ ເປີດເຜີຍວ່າ: ລັດຖະບານກຽມຊຸກຍູ້ມາດຕະການປັບປຸງການເບິ່ງແຍງຜູ້ໃຫ້ບໍລິການໃນຂະແໜງຂົນສົ່ງ, ພາຍຫລັງເກີດເຫດການຜູ້ໂດຍສານຖືກຂົ່ມຂືນ ແລະ ຄາດຕະກຳ ຫລັງຮຽກໃຊ້ບໍລິການຄາພູລຂອງຕີຕີ ຊູສິງ ເຊິ່ງເປັນເຫດໃຫ້ທາງບໍລິສັດໄດ້ຢຸດໃຫ້ບໍລິການຄາພູລຮຽບຮ້ອຍແລ້ວ.
ເຫດການດັ່ງກ່າວຖືເປັນເຫດຄາດຕະກຳຜູ້ໂດຍສານຂອງຕີຕີເປັນຄັ້ງທີສອງນັບແຕ່ເດືອນພຶດສະພາ ໂດຍໄດ້ກໍ່ໃຫ້ເກີດກະແສຄວາມຄຽດແຄ້ນໄປທົ່ວໂລກອອນລາຍ ແລະ ສ້າງຄວາມເຊື່ອມເສຍໃຫ້ແກ່ພາບພົດຂອງຕີຕີ ຊູສິງ ເຊິ່ງເປັນບໍລິສັດຜູ້ໃຫ້ບໍລິການຮຽກລົດລາຍໃຫຍ່ທີ່ສຸດຂອງໂລກໃນແງ່ຂອງຈຳນວນການໃຫ້ບໍລິການ.
ລັດຖະມົນຕີກົມຂົນສົ່ງຈີນ ກ່າວວ່າ: ທາງບໍລິສັດຕ້ອງຮັບຜິດຊອບຕໍ່ເຫດການທີ່ເກີດຂຶ້ນກັບຜູ້ໂດຍສານໃນທຸກກໍລະນີ, ພາຍຫລັງຜູ້ໂດຍສານຍ່າງຂຶ້ນລົດທີ່ໃຫ້ບໍລິການຄາພູລຂອງບໍລິສັດ.
ທັງນີ້, ບໍລິສັດຕີຕີ ຊູສິງ ໄດ້ປະກາດຢຸດໃຫ້ບໍລິການຄາພູລນັບແຕ່ວັນທີ 27 ສິງຫາເປັນຕົ້ນໄປ ເນື່ອງຈາກເຫດການດັ່ງກ່າວເປັນຄວາມຜິດພາດທີ່ຍອມຮັບບໍ່ໄດ້. ນອກຈາກນີ້ ທາງບໍລິສັດຍັງໄດ້ປົດຜູ້ບໍລິຫານສອງຄົນອອກຈາກຕຳແໜ່ງແລ້ວ ແລະ ໄດ້ເລີ່ມທຳການປະເມີນຮູບແບບທຸລະກິດໃໝ່ ເພື່ອທົດແທນບໍລິການຄາພູລ.