ສູນ ITC ສະຫລຸບການຮຽນ-ການສອນ ສົກປີ 2017-2018
ສູນເຕັກໂນໂລຊີຂໍ້ມູນ ຂ່າວສານ, ການສື່ສານ ການສຶກສາ ແລະ ກິລາ (ສູນ ITC) ແຂວງຄຳມ່ວນໄດ້ ຈັດພິທີໄຂສົກຮຽນໃໝ່ ໃນ ວັນທີ 28 ສິງຫາ 2018 ໂດຍເປັນ ກຽດເຂົ້າຮ່ວມ ຂອງທ່ານ ນັນຕະໄຊ ອິນ ທະສອນ ຮອງຫົວໜ້າພະ ແນກສຶກສາທິການ ແລະ ກິລາ ແຂວງ ຄຳມ່ວນ, ອຳນວຍການສູນ ITC, ພະ ນັກງານ ຄູ- ອາຈານຕະ ຫຼອດເຖິງນັກຮຽນພາຍໃນ ສູນເຂົ້າຮ່ວມ.
+ ລາວ-ຝຮັ່ງ ຫາລືການຮ່ວມມືດ້ານການຮຽນ-ການສອນພາສາຝຣັ່ງ
+ ບັນຫາຄວາມບົກພ່ອງໃນການຮຽນຮູ້ຂອງເດັກ
ທ່ານ ມະນີວັນ ປີລາວົງ ອຳນວຍການສູນ ITC ໄດ້ ຜ່ານບົດສະຫຼຸບຜົນການ ຈັດຕັ້ງປະຕິບັດວຽກງານ ປະຈຳສົກປີ 2017-2018 ອຳນວຍການສູນ ITC ຜ່ານມາ, ໂດຍໄດ້ມີການ ຈັດການຮຽນ-ການສອນ ຜ່ານລະບົບວີດີໂອຄອນ ເຟີເຣັນ ເຊິ່ງມີ 6 ວິຊາ ຫຼັກ ຄື: ຄະນິດສາດ, ຟີຊິກ, ເຄມີ, ຊີວະ, ພາສາອັງກິດ ແລະ ວິຊາໄອທີຊີ, ເຊິ່ງມີນັກ ຮຽນທີ່ ຮຽນປະຈຳຢູ່ສູນ ຊັ້ນ ມ.5, ມ.6 ແລະ ມ.7 ທັງໝົດ 158 ຄົນ. ສຳລັບ ຜົນການຮຽນ ໃນສົກປີ 2017-2018 ຊັ້ນ ມ.5 ມີ ນັກຮຽນ 52 ຄົນສອບ ເສັງຜ່ານ 100% ໃນນີ້, ມີນັກຮຽນທີ່ສາມາດ ສອບເສັງໄດ້ຄະແນນ 5 ຂຶ້ນໄປທຸກວິຊາ 31 ຄົນ ເທົ່າກັບ 59,61%, ຊັ້ນ ມ.6 ມີນັກຮຽນ 46 ຄົນ ມີນັກ ຮຽນທີ່ສອບເສັງໄດ້ຄະແນນ 5 ຂຶ້ນໄປ 26 ຄົນ ເທົ່າກັບ 56,52% ແລະ ຊັ້ນ ມ.7 ມີນັກຮຽນ 60 ຄົນສອບ ເສັງ ໄດ້ຄະແນນ 5 ຂຶ້ນໄປ 58 ຄົນ ເທົ່າກັບ 96%. ພ້ອມທັງຕິດຕາມການ ຮຽນ-ການສອນຜ່ານລະ ບົບວິດີໂອຄອນເຟີເຣັນ ເປັນປົກກະຕິ. ນອກນັ້ນ ຍັງໄດ້ຈັດສັນພະນັກງານ ພາຍໃນສູນສອນວິຊາ ຄອມພິວເຕີ ສຳລັບຊັ້ນ ມ.7 ໃຫ້ນັກຮຽນ ມສ ມ່ວງສຸມ 73 ຄົນ ແລະ ໂຮງຮຽນ ມ.ປາຍທ່າແຂກ 505 ຄົນ, ຕິດຕາມຊຸກຍູ້ ໂຄງການ ຈັດສັນການຮຽນ-ການ ສອນວິຊາຄອມພິວເຕີໃນ ໂຮງຮຽນທັງພາກລັດ ແລະ ເອກະຊົນ, ໂຄງການ ສອນຜ່ານລະບົບວີດີໂອ ຄອນເຟີເຣັນ ເຂົ້າໃນຊັ້ນ ມ.5-ມ.6 ໂດຍການຮ່ວມ ມືລະຫວ່າງ 3 ແຂວງຄຳ ມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ ເຊິ່ງມີ 3 ວິ ຊາຫຼັກຄື: ຄະນິດສາດ, ຟີ ຊິກ ແລະ ວິຊາເຄມີ ໂດຍໄດ້ ຜັດປ່ຽນກັນ ໃນການສິດ ສອນ. ໂອກາດດັ່ງກ່າວ ຍັງໄດ້ຜ່ານທິດທາງແຜນ ການເຄື່ອນໄຫວພ້ອມ ທັງໄຂສົກຮຽນໃໝ່ສົກປີ 2018-2019 ຂຶ້ນຢ່າງເປັນ ທາງການ./.