ນາຍົກລັດຖະມົນຕີຄົນໃໝ່ປາກິດສະຖານ ງົດໄປສະມັດຊາໃຫຍ່ ສປຊ ຂໍແກ້ບັນຫາປະເທດ
ນາຍົກລັດຖະມົນຕີ ອິມຣານ ຂ່ານ ຂອງປາກິດສະຖານ ຈະບໍ່ໄປຮ່ວມກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (ສປຊ) ໃນເດືອນໜ້າ ເພື່ອຂໍທຸ້ມເທໃຫ້ການແກ້ໄຂບັນຫາເສດຖະກິດປະເທດ.
ທ່ານ ຊາ ເມມູດ ກູເຣຊີ ລັດຖະມົນຕີຕ່າງປະເທດປາກິດສະຖານ ເປີດເຜີຍຕໍ່ສື່ມວນຊົນໃນວັນທີ 28 ສິງຫາວ່າ: ທ່ານຈະເປັນຜູ້ນຳຄະນະເຈົ້າໜ້າທີ່ປາກິດສະຖານໄປຮ່ວມປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 73 ເຊິ່ງຈະເປີດປະຊຸມໃນວັນທີ 18 ກັນຍານີ້ ແທນນາຍົກລັດຖະມົນຕີ ຂ່ານ ເນື່ອງຈາກນາຍົກລັດຖະມົນຕີເບິ່ງວ່າ: ສະຖານະການໃນປະເທດປັດຈຸບັນຈຳເປັນຕ້ອງໄດ້ຮັບການເອົາໃຈໃສ່ເປັນພິເສດ ໂດຍຈະໃຫ້ຄວາມສຳຄັນກັບຄະນະລັດຖະບານທີ່ຫາກໍສາບານຕົນຮັບຕຳແໜ່ງໃນຕົ້ນເດືອນນີ້ ແລະ ວິກິດສະກຸນເງິນທີ່ສ່ຽງບັນທອນເສດຖະກິດທີ່ກຳລັງເຕີບໃຫຍ່ຢ່າງວ່ອງໄວ.
ເສດຖະກິດປາກິດສະຖານຂະຫຍາຍຕົວ 5,8% ໃນປີງົບປະມານຜ່ານມາ ຫລາຍທີ່ສຸດໃນຮອບ 13 ປີ, ແຕ່ໄດ້ຫລຸດຄ່າເງິນຣູປີປາກິດສະຖານແລ້ວ 4 ຄັ້ງນັບແຕ່ເດືອນທັນວາປີກ່ອນ ແລະ ຂຶ້ນດອກເບ້ຍແລ້ວ 3 ຄັ້ງ.