ສປຊ ເຜີຍມີເດັກຜູ້ລີ້ໄພກວ່າເຄິ່ງ ທີ່ບໍ່ໄດ້ຮຽນໜັງສືຕໍ່


ສະຫະປະຊາຊາດຖະແຫລງໃນວັນທີ 29 ສິງຫານີ້ວ່າ: ເດັກຜູ້ລີ້ໄພໃນໄວຮຽນຈຳນວນກວ່າເຄິ່ງໜຶ່ງທົ່ວໂລກບໍ່ສາມາດເຂົ້າສຶກສາຕໍ່ໃນໂຮງຮຽນໄດ້ ເນື່ອງຈາກປະເທດທີ່ຮອງຮັບກຳລັງປະສົບບັນຫາວິກິດມະນຸດສະທຳຫລາຍຂຶ້ນ.
ສຳນັກງານຂ້າຫລ້ວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ ມີລາຍງານວ່າ: ເດັກຜູ້ລີ້ໄພ 4 ລ້ານຄົນທົ່ວໂລກບໍ່ໄດ້ຮຽນຕໍ່ທີ່ໂຮງຮຽນ ເຊິ່ງເພີ່ມຂຶ້ນເຖິງ 500.000 ຄົນຈາກປີກ່ອນ. ທ່ານ ຟິລິບໂປ ກຣັນດີ ຂ້າຫລວງໃຫຍ່ຜູ້ລີ້ໄພ ສປຊ ກ່າວວ່າ: ການສຶກສາເປັນຫົນທາງທີ່ຈະຊ່ວຍເຫລືອເຍົາວະຊົນ ແລະ ຊ່ວຍຟື້ນຟູປະເທດໄດ້. UNHCR ລາຍງານວ່າ: ຕົວເລກຜູ້ອົບພະຍົບໃນການເບິ່ງແຍງຂອງ ສປຊ ມີຈຳນວນເກືອບ 20 ລ້ານຄົນ ນັບມາຮອດທ້າຍປີ 2017 ເຊິ່ງບໍ່ລວມຜູ້ລີ້ໄພຊາວປາເລັສຕິນປະມານ 5 ລ້ານຄົນ. ຂະນະທີ່ຜູ້ບໍ່ມີບ່ອນຢູ່ອາໄສທົ່ວໂລກມີຈຳນວນຫລາຍຂຶ້ນ. ຂໍ້ມູນລະບຸວ່າ: ຜູ້ລີ້ໄພກວ່າເຄິ່ງໜຶ່ງເປັນເດັກ ແລະ ຈຳນວນ 7,4 ລ້ານຄົນຢູ່ໃນໄວຮຽນ, ມີພຽງ 61% ຂອງເດັກຜູ້ລີ້ໄພທີ່ໄດ້ເຂົ້າສຶກສາຕໍ່ໃນລະດັບປະຖົມສຶກສາ ເມື່ອທຽບໃສ່ກວ່າ 90% ຂອງເດັກທົ່ວໄປ. ອັດຕາສ່ວນຕົວເລກດັ່ງກ່າວຍິ່ງຫລຸດລົງໃນເດັກໃຫຍ່ຂຶ້ນ ໂດຍມີເດັກຜູ້ລີ້ໄພບໍ່ເຖິງໜຶ່ງໃນສີ່ທີ່ໄດ້ສຶກສາຕໍ່ໃນລະດັບມັດທະຍົມສຶກສາ ແລະ ມີພຽງ 1% ທີ່ໄດ້ສຶກສາຕໍ່ໃນລະດັບທີ່ສູງຂຶ້ນ. UNHCR ລາຍງານວ່າ: ເດັກຜູ້ລີ້ໄພອີກ 500.000 ຄົນໄດ້ເຂົ້າສຶກສາທີ່ໂຮງຮຽນໃນປີຜ່ານມາ, ແຕ່ປະຊາກອນຜູ້ອົບພະຍົບທີ່ເພີ່ມຂຶ້ນຢ່າງວ່ອງໄວ ເຮັດໃຫ້ອັດຕາສ່ວນເດັກຜູ້ລີ້ໄພທີ່ຂາດໂອກາດໃນການຮຽນໜັງສືຕໍ່ບໍ່ໄດ້ຫລຸດລົງຫລາຍ. ເຖິງຢ່າງໃດກໍຕາມ, ສປຊ ພະຍາຍາມຈະຫາທາງຊ່ວຍເຫລືອເຊັ່ນ: ຈັດສັນທຶນສະໜັບສະໜູນພິເສດ ແລະ ຫລຸດບັນຫາອຸປະສັກໃນການເຂົ້າຮຽນທີ່ຈຳເປັນຕ້ອງມີເອກະສານຫລັກຖານສຳຄັນຮັບຮອງຕົວບຸກຄົນ.