ເຕະບານນັດພິເສດ ລາວ ພົບເອັສຊີຈີ ເມືອງທອງ ຢູໄນເຕັດ ທ້າຍອາທິດນີ້
ໃນວັນທີ 29 ສິງຫານີ້, ຢູ່ນະຄອນຫລວງວຽງຈັນ ໄດ້ມີພິທີຖະແຫລງຂ່າວ ລະຫວ່າງ ທີມຊາດລາວ ພົບກັບສະໂມສອນ ເອັສຊີຈີ ເມືອງທອງ ຢູໄນເຕັດ ໃນວັນທີ 31 ສິງຫານີ້ ເວລາ18:00 ໂມງ ທີ່ສະໜາມກິລາແຫ່ງຊາດລາວ(ຫລັກ16) ໂດຍການຖະແຫລງຂອງທ່ານ ນາງ ກັນຍາ ແກ້ວມະນີ ເລຂາສະຫະພັນບານເຕະແຫ່ງຊາດລາວ, ທ່ານ ວິໂລດ ລັດຕະນະໄຊສິດ ກໍາມະການຜູ້ຈັດການ-ການຂາຍ ແລະ ຊ່ອງທາງຈັດຈໍາໜ່າຍ ເອັສຊີຈີ ພ້ອມດ້ວຍນັກກິລາທັງສອງຝ່າຍເຂົ້າຮ່ວມ.
ທ່ານນາງ ກັນຍາ ແກ້ວມະນີ ໄດ້ກ່າວວ່າ: ພວກເຮົາຂໍຂອບໃຈ ເອັສຊີຈີ ທີ່ຈັດ SCG MUANGTHONG UNITED ASEAN TOUR 2018 ໃນປະເທດລາວອີກຄັ້ງ, ການແຂ່ງຂັນບານເຕະຄັ້ງນີ້ ນັບເປັນປາກົດການທີ່ສໍາຄັນ. ປັດຈຸບັນ ຕົວແທນສະໂມສອນຂອງລາວຫລາຍຄົນໄດ້ຮັບໂກຕ້າໄປແຂ່ງຂັນບານເຕະລະດັບສະໂມສອນໃນທະວີບອາຊີຫລາຍລາຍການ. ທ່ານ ວິໂລດ ລັດຕະນະໄຊສິດ ໄດ້ກ່າວວ່າ: ເອັສຊີຈີ ມີຄວາມມຸ່ງໝັ້ນເປັນສ່ວນໜຶ່ງຂອງການພັດທະນາ ສປປ ລາວ ໃນຫລາຍດ້ານ ໂດຍສະເພາະເຍົາວະຊົນ ແລະ ກິລາ. ນອກຈາກນັ້ນ ຍັງມີການຈັດກິດຈະກໍາລາຍການ SCG MUANTHONG UNITED ASEAN TOUR ຂຶ້ນ ເຊິ່ງເປັນຄັ້ງທີ 2 ໂດຍຜ່ານມາໄດ້ຮັບການຕອບຮັບເປັນຢ່າງດີຈາກຜູ້ເຂົ້າຊົມ. ດັ່ງນັ້ນ ຈຶ່ງຂໍເຊີນຊວນບັນດາກອງເຊຍທັງສອງຝ່າຍເຂົ້າຮ່ວມຊົມການແຂ່ງຂັນຄັ້ງນິ້.