ປະທານວຽງຈັນ ຢູໄນເຕັດ ຖືກໂທດຫ້າມ ຫຍຸ້ງກ່ຽວກັບວົງການບານເຕະ 90 ວັນ
ປະທານສະໂມສອນ ວຽງຈັນ ຢູໄນເຕັດ ຖືກຕັດສິນຈາກສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຫ້າມຫຍຸ້ງກ່ຽວກັບວົງການກິລາບານເຕະເປັນເວລາ 90 ກໍລະນີ ຖ່າຍທອດສົດຜ່ານເຟສບຸກ ໃນວັນທີ 25 ສິງຫາຜ່ານມານີ້ ວິຈານ ສຕລ ບໍ່ເໝາະສົມ ເຊິ່ງໄດ້ສ້າງຄວາມເສຍຫາຍ.
ອີງຕາມກອງປະຊຸມປະຈໍາຂອງ ສຕລ ຄັ້ງວັນທີ 28 ສິງຫາ 2018 ຂໍແຈ້ງມາຍັງສະໂມສອນວຽງຈັນ ຢູໄນເຕັດ ຮູ້ວ່າ: ຄະນະປະຈໍາຂອງ ສຕລ ໄດ້ພິຈາລະນາ ແລະ ມີມະຕິເຫັນດີເປັນເອກະພາບໃນການປະຕິບັດວິໄນຕໍ່ ນາງ ພິຈິກາ ບຸນກວ້າງ ປະທານສະໂມສອນວຽງຈັນ ຢູໄນເຕັດ ໂດຍບໍ່ໃຫ້ຫຍຸ້ງກ່ຽວທຸກໆກິດຈະກໍາບານເຕະໃນ ສປປ ລາວ ເປັນເວລາ 90 ວັນ ໂດຍອີງຕາມມາດຕາ 42 ຂອງກົດລະບຽບ ແລະ ຂໍ້ບັງຄັບວ່າດ້ວຍການແຂ່ງຂັນບານເຕະສາຍ ກ ຫລື ດີວີຊັນ 1 ປະຈໍາປີ 2018 ເນື່ອງຈາກຜູ້ກ່ຽວໄດ້ຖ່າຍທອດສົດຜ່ານເຟສບຸກສ່ວນຕົວ ໃນທ້າຍອາທິດຜ່ານມາ ວິຈານ ສຕລ ຢ່າງບໍ່ເໝາະສົມ ອັນເປັນການສ້າງຄວາມເຊື່ອມເສຍຊື່ສຽງໃຫ້ແກ່ ສຕລ.
ຫລັງຈາກນັ້ນ, ປະທານສະໂມສອນວຽງຈັນ ຢູໄນເຕັດ ກໍລາອອກຕໍາແໜ່ງຢ່າງເປັນທາງການ. ຂະນະທີ່ ສະໂມສອນ ວຽງຈັນ ຢູໄນເຕັດ ແມ່ນມີສິດເຄື່ອນໄຫວໄດ້ຄືເກົ່າ.