ເລັ່ງປະ​ເມີນ​ຄວາມ​ເສຍ​ຫາຍ​ເບື້ອງ​ຕົ້ນ ຈາກຄູກັນນ້ຳເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ

- 38870712 1881457571917972 4032918692592353280 n - ເລັ່ງປະ​ເມີນ​ຄວາມ​ເສຍ​ຫາຍ​ເບື້ອງ​ຕົ້ນ ຈາກຄູກັນນ້ຳເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ
- kitchen vibe - ເລັ່ງປະ​ເມີນ​ຄວາມ​ເສຍ​ຫາຍ​ເບື້ອງ​ຕົ້ນ ຈາກຄູກັນນ້ຳເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ

​ຕາມການ​ລາຍ​ງານ​ຂອງຄະ​ນະ​ຮັບຜິດຊອບ​ສຳ​ຫລວດ​ເກັບ​ກໍາ​ຂໍ້ມູນ ​ແລະ ກໍານົດແຜນ
ການ​ຟື້ນ​ຟູ​ການ​ຜະລິດ​ໃນ​ເຂດ​ພື້ນ​ທີ່​ໄພພິບັດ (ນ້ຳຖ້ວມ) ຢູ່ເມືອງສະໜາມ​ໄຊ ​ແຂວງອັດ​ຕະປື ຊຶ່ງໄດ້ລົງເຄື່ອນໄຫວເກັບກຳຂໍ້ມູນຜົນເສຍຫາຍເບື້ອງຕົ້ນໃນເຂດພື້ນທີ່ຕົວຈິງທີ່ໄດ້ຮັບຜົນກະທົບ ​ນັບ​ແຕ່​ວັນ​ທີ 18-26 ສິງຫາຜ່ານ​ມາ ລະບຸ​ວ່າ: ເນື້ອທີ່ການຜະລິດກະສິກຳ ໂດຍສະເພາະແມ່ນເນື້ອທີ່ປູກເຂົ້ານາປີ, ເນື້ອທີ່ປູກພືດລະດູຝົນ, ສັດລ້ຽງຕ່າງໆ, ໜອງປາ ແລະ ລະບົບຊົນລະປະທານ, ​ໃນ​ນັ້ນ ມີ 6 ບ້ານ ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ໜັກ ​​ແລະ ອີກ 7 ບ້ານ ​ໄດ້​​ຮັບ​ຜົນ​ກະທົບປານກາງ.

ຈຳນວນ 6 ບ້ານ ທີ່​ໄດ້ຮັບຜົນກະທົບຮ້າຍແຮງໄດ້ແກ່ ບ້ານຫີນລາດ, ທ່າແສງຈັນ, ທ່າຫີນ, ບ້ານໃໝ່, ສະໝອງ ​ແລະ ບ້ານໃຫຍ່ແທ (ໂຄກກ່ອງ, ທ່າອວນ, ດອນມ່ວງ, ດອນບົກ) ຊຶ່ງມີເນື້ອທີ່ນາເສຍ​ຫາຍ 1.​097 ເຮັກຕາ (​ເນື້ອ​ທີ່​ປັກ​ດໍາທັງໝົດ 1.315 ເຮັກຕາ), ເນື້ອທີ່ປູກພືດເສຍຫາຍ 43 ເຮັກຕາ (ທັງໝົດ 53 ເຮັກຕາ), ສັດລ້ຽງ​ປະ​ເພດຄວາຍ 1.129 ໂຕ, ງົວ 4.340 ໂຕ, ໝູ 1.378 ໂຕ, ແບ້ 276 ໂຕ, ສັດປີກ 11.971 ໂຕ, ໜອງລ້ຽງປາ 267 ໜອງ, ຫລຸມປາໃນນາເຂົ້າ 937 ຫລຸມ, ໜອງທຳມະຊາດ ເສຍຫາຍ 19 ໜອງ, ວັງສະຫງວນ 7 ແຫ່ງເສຍຫາຍ. ສ່ວນ 7 ບ້ານ ທີ່​ໄດ້​​ຮັບ​ຜົນ​ກະທົບປານກາງ ​ມີ​ຄືບ້ານຕະມໍຢອດ, ປິນດົງ, ໄຊດອນໂຂງ, ໂພນສະອາດ, ໜອງແຂ້, ສົ້ມປ່ອຍ ​ແລະ ຫາດອຸດົມໄຊ ຊຶ່ງມີເນື້ອທີ່ນາ 643 ເຮັກຕາ, ເນື້ອທີ່ປູກພືດ 114 ເຮັກຕາ, ຄວາຍ 1.571 ໂຕ, ງົວ 2.408 ໂຕ, ໝູ 469 ໂຕ, ແບ້ 51 ໂຕ, ສັດປີກ 6.084 ໂຕ, ໜອງປາ 19 ໜອງ.

ຄະນະ​ດັ່ງກ່າວ ​ໃຫ້​ຮູ້​ວ່າ: ນີ້​ເປັນ​ພຽງ​ການ​ສຳ​ຫລວດ​ເບື້ອງຕົ້ນ​ ຊຶ່ງໜ່ວຍ​ງານ​ກ່ຽວຂ້ອງດັ່ງກ່າວ ຍັງ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ສຳ​ຫລວດ​ຜົນ​ເສຍ​ຫາຍ​ຕໍ່​ໄປ​ອີກ ເພື່ອເປັນຂໍ້ມູນໃນການສ້າງແຜນການຟື້ນຟູ ແລະ ພັດທະນາຊົນນະບົດໃນແຕ່ລະໄລຍະ ​ແລະ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ມີ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ​ຊົ່ວຄາວ​ລະຫວ່າງ​ຄະນະ​ປະຈຳ​ພັກ​ແຂວງ​ອັດ​ຕະປື, ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແລະ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ​ໄດ້​ຕົກລົງ​ເຫັນ​ດີ​ເປັນ​ເອກະ​ພາບ ບໍລິສັດ SK ຈາກ ສ.​ເກົາຫລີ ​ໃນ​ການ​ກໍ່ສ້າງ​ເຮືອນພັກ​ຊົ່ວຄາວ​ຈາກ​ວັດ​ສະ​ດຸ​ສຳ​ເລັດ​ຮູບ ຈຳນວນ 500 ຫລັງ ​ໂດຍ​ຈະ​ໃຊ້​ເວລາ​ພຽງ 30 ວັນ ​ເພື່ອ​ຮອງ​ຮັບ​ປະຊາຊົນ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​ທີ່​ພັກ​ອາ​ໄສ​ຢູ່​ຕາມ​ເຕັ້ນ ​ແລະ ​ໂຮງຮຽນ​ຕ່າງໆ​ໃນ​ເຂດ​ບ້ານ​ດອນ​ບົກ, ປິນດົງ ​ແລະ ຕະມໍ​ຢອດ ​ໃຫ້​ໄດ້​ຍ້າຍ​ເຂົ້າຢູ່​ໂດຍ​ໄວ ​ໂດຍ​ອຳນາດ​ການ​ປົກຄອງ​ບ້ານ​ຈຳນວນ​ໜຶ່ງ​ໄດ້​ມາ​ເບິ່ງ​ແບບ​ຕົວຢ່າງ​ເຮືອນ​ທີ່​ຕັ້ງ​ໄວ້​ຢູ່​ຫ້ອງ​ວ່າການ​ແຂວງ​ແລ້ວ ​ເພື່ອ​ຈະ​ໄດ້​ປັບປຸງ​​ແບບ​ຕາມ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ຕື່ມ​ອີກ.

- 5 - ເລັ່ງປະ​ເມີນ​ຄວາມ​ເສຍ​ຫາຍ​ເບື້ອງ​ຕົ້ນ ຈາກຄູກັນນ້ຳເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!