ອາຫານທີ່ຄົນເປັນພະຍາດຫອບຫືດຄວນຫລີກເວັ້ນ

- 013008 2018 -  ອາຫານທີ່ຄົນເປັນພະຍາດຫອບຫືດຄວນຫລີກເວັ້ນ
- kitchen vibe -  ອາຫານທີ່ຄົນເປັນພະຍາດຫອບຫືດຄວນຫລີກເວັ້ນ

ອາການພະຍາດຫອບຫືດ ອາດເກີດຈາກຫລາຍສາເຫດໜຶ່ງໃນນັ້ນກໍແມ່ນອາຫານທີ່ທ່ານກິນ ແມ່ນຢູ່ວ່າອາຫານສາມາດກະຕຸ້ນການເກີດຫອບຫືດໄດ້ ໂຊກບໍ່ດີທີ່ເປັນຄວາມຈິງ ສະນັ້ນແລ້ວ ອາຫານປະເພດໃດແດ່ທີ່ທ່ານຄວນຫລີກເວັ້ນ ມື້ນີ້ພວກເຮົາມີຄຳແນະນຳກ່ຽວກັບເລື່ອງນີ້ມາຝາກທ່ານ.

ອາຫານທີ່ມີສານກັນບູດ ຫລື ຊັລໄຟເປັນສ່ວນປະກອບ : ສານໃນກຸ່ມ (Sulfites) ຖືກເອົາມາໃຊ້ເພື່ອປ້ອງກັນບໍ່ໃຫ້ສີຂອງໝາກໄມ້ອົບແຫ້ງປ່ຽນສີ, ຫລຸດການຈະເລີນເຕີບໃຫຍ່ຂອງແບັກທີເຣຍ ແລະ ເຮັດໃຫ້ໝາກໄມ້ສຸກ, ບາງຄົນອາດໄດ້ຮັບຜົນຂ້າງຄຽງຈາກສານນີ້ພຽງເລັກນ້ອຍ ເຊັ່ນ : ເປັນຕຸ່ມ. ສຳລັບບາງຄົນກໍຮຸນແຮງ ບໍ່ວ່າຈະແມ່ນຫາຍໃຈຝືດ, ຊັອກ, ຄວາມດັນເລືອດຕໍ່າ, ເຈັບທ້ອງ ຫລື ຖອກທ້ອງ. ໃນກໍລະນີຂອງຜູ້ປ່ວຍພະຍາດຫອບຫືດນັ້ນ ປະຕິກິລິຍາທີ່ຮຸນແຮງຫລັງຈາກກິນໝາກໄມ້ອົບແຫ້ງທີ່ມີສ່ວນປະສົມຂອງຊັລໄຟນັ້ນມີທ່າອ່ຽງຈະເກີດຂຶ້ນສູງ. ສານຊັລໄຟສາມາດພົບໄດ້ໃນໝາກໄມ້ອົບແຫ້ງ (ແຄຣນເບີຣີ, ໝາກນັດ), ມັນຝຣັ່ງສຳເລັດຮູບ, ເຫລົ້າແວັງ, ເບຍ, ຊາ, ນຳ້ໝາກໄມ້, ຜະລິດຕະພັນເບເກີຣີ, ແຍມ ແລະ ກຸ້ງແຫ້ງ ຄວນກວດສອບເທິງສະຫລາກທີ່ບັນຈຸອາຫານ ແລະ ຫລີກເວັ້ນອາຫານທີ່ມີສ່ວນປະສົມຂອງໂຊດຽມຊັລໄຟ, ຊັລໄຟໄດອອກໄຊ, ໂຊດຽມ ໄບຊັລໄຟ, ໂປຕັສຊຽມ ໄບຊັລໄຟ, ໂຊດຽມເມຕາໄບຊັລໄຟ ແລະ ໂປຕັສຊຽມ ເມຕາໄບຊັລໄຟ.

- Visit Laos Visit SALANA BOUTIQUE HOTEL -  ອາຫານທີ່ຄົນເປັນພະຍາດຫອບຫືດຄວນຫລີກເວັ້ນ

     ຜະລິດຕະພັນຈາກນົມ : ນົມ, ຊີສ ແລະ ໂຢເກິດ ຖືວ່າເປັນປັດໄຈໜຶ່ງທີ່ສາມາດກະຕຸ້ນອາການພະຍາດຫອບຫືດໄດ້. ສ່ວນປະກອບຂອງຜະລິດຕະພັນຈາກນົມນັ້ນຍັງມີປະໂຫຍດຕໍ່ຮ່າງກາຍ ຫາກກິນໃນປະລິມານທີ່ເໝາະສົມ ປຶກສາແພດເບິ່ງວ່າຜະລິດຕະພັນຈາກນົມ ບໍ່ວ່າຈະແມ່ນໂຢເກິດ ຫລື ກະ ແລັມນັ້ນທ່ານກິນໄດ້ຫລືບໍ່.

     ຊີ້ນສັດແປຮູບ : ຫລາຍວຽກງານວິໄຈສະແດງໃຫ້ເຫັນວ່າການກິນຊີ້ນສັດແປຮູບ ເຊັ່ນ : ໄສ້ກອກ, ແຮມ ແລະ ເບຄອນ ສາມາດເຮັດໃຫ້ອາການພະຍາດຫອບຫືດຮຸນແຮງຂຶ້ນໄດ້ ວຽກງານວິໄຈເຫລົ່ານີ້ລະບຸວ່າສານກັນບູດທີ່ເອີ້ນວ່ານິໄຕຣ ເຊິ່ງພົບໃນອາຫານແປຮູບນັ້ນສາມາດທຳລາຍລະບົບການຫາຍໃຈໄດ້ ອາຫານປະເພດນີ້ຍັງມີໄຂມັນອີ່ມໂຕ ແລະ ໂຊດຽມເປັນສ່ວນປະກອບ ເຊິ່ງເປັນສາເຫດຂອງອາການຫອບຫືດ ດັ່ງນັ້ນ ທ່ານຄວນເລືອກກິນປາ ຫລື ສັດປີກທີ່ບໍ່ມີໜັງ ເຊິ່ງເປັນແຫລ່ງໂປຣຕິນທີ່ມີປະໂຫຍດແທນການກິນຊີ້ນສັດແປຮູບ ແລະ ຊີ້ນສັດທີ່ມີໄຂມັນສູງ.

     ອາຫານທີ່ມີເກືອຫລາຍ : ເກືອ ຫລື ໂຊດຽມຖືກເອົາມາໃຊ້ໃນການປຸງແຕ່ງອາຫານ ແລະ ການຖະໜອມອາຫານໃຫ້ຢູ່ໄດ້ດົນ. ແນວໃດກໍຕາມ, ການບໍລິໂພກເກືອຫລາຍເກີນໄປສາມາດເຮັດໃຫ້ອາການພະຍາດຫອບຫືດຮຸນ ແຮງຂຶ້ນໄດ້ ປະລິມານເກືອທີ່ທ່ານ ຄວນບໍລິໂພກຕໍ່ມື້ແມ່ນ 2.300 ມິນລີກຣາມ ຫລື ໜ້ອຍກ່ວາ ທ່ານຄວນເລືອກອາຫານທີ່ລະບຸວ່າ ບໍ່ມີໂຊດຽມ ຫລື ໂຊດຽມຕໍ່າ ຄວນຫລີກເວັ້ນອາຫານຈຳພວກທີ່ມີປະລິມານໂຊດຽມສູງ ເຊັ່ນ : ອາຫານກະປ໋ອງ, ຊີສ, ມັນຝຣັ່ງກອບ, ແຄຣັກເກີ ເພື່ອຫລຸດປັດໄຈສ່ຽງການເປັນຄວາມດັນເລືອດສູງ, ຫລອດເລືອດສະໝອງ, ພະຍາດກະດູກ, ພະຍາດໝາກໄຂ່ຫລັງ ແລະ ບັນຫາສຸຂະພາບອື່ນໆ.

- 5 -  ອາຫານທີ່ຄົນເປັນພະຍາດຫອບຫືດຄວນຫລີກເວັ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!