9 ພຶດຕິກໍາທີ່ບໍ່ຄວນເຮັດກ່ອນນອນ ຫາກຍັງຮັກຕົນເອງຢູ່

- 01 34 - 9 ພຶດຕິກໍາທີ່ບໍ່ຄວນເຮັດກ່ອນນອນ ຫາກຍັງຮັກຕົນເອງຢູ່
- kitchen vibe - 9 ພຶດຕິກໍາທີ່ບໍ່ຄວນເຮັດກ່ອນນອນ ຫາກຍັງຮັກຕົນເອງຢູ່

 ໃນແຕ່ລະມື້ການນອນຫຼັບພັກຜ່ອນບໍ່ພຽງພໍນັ້ນ ສົ່ງຜົນເສຍຕໍ່ສຸຂະພາບຫຼາຍໆດ້ານ ຊຶ່ງເປັນບັນຫາຂອງຜູ້ຄົນໃນຍຸກສະໄໝນີ້ ແລະ ບາງຄົນກໍມີພຶດຕິກໍາທີ່ເຮັດໃຫ້ຮ່າງກາຍບໍ່ໄດ້ຫຼັບໄດ້ນອນໂດຍຕັ້ງໃຈ ຜົນເສຍຂອງການນອນບໍ່ພໍ ບໍ່ແມ່ນແຕ່ເຮັດໃຫ້ຮ່າງກາຍອ່ອນເພຍເທົ່ານັ້ນ ແຕ່ຍັງມີງານວິໄຈລະບຸວ່າ ຈະເຮັດໃຫ້ເຮົາກາຍເປັນຄົນອາລົມແປປວນ, ຄວາມສາມາດໃນການຄວບຄຸມອາລົມຕົນເອງຕໍ່າລົງ, ບໍ່ມີສະມາທິສົ່ງຜົນໃຫ້ການຕັດສິນໃຈຜິດພາດຕະຫຼອດ, ລະບົບພູມຄຸ້ມກັນຈະຄ່ອຍໆອ່ອນແອມີໂອກາດເປັນພະຍາດຊໍາເຮື້ອສູງ ແລະ ເມື່ອສະສົມພຶດຕິກໍາການນອນໜ້ອຍໄປດົນໆ ຈະບັນທອນໃຫ້ຊີວິດສັ້ນລົງໄດ້, ຫາກບໍ່ຢາກໃຫ້ມີສຸຂະພາບຄືທີ່ກ່າວມາຂ້າງເທິງນັ້ນຕາມມາ ກໍຄວນເລີກພຶດຕິກໍາສ່ຽງໆ ແລະ ມາເບິ່ງນໍາກັນວ່າມີພຶດຕິກໍາຫຍັງແດ່?.

            9 ສິ່ງທີ່ບໍ່ຄວນເຮັດກ່ອນເຂົ້ານອນ

- Visit Laos Visit SALANA BOUTIQUE HOTEL - 9 ພຶດຕິກໍາທີ່ບໍ່ຄວນເຮັດກ່ອນນອນ ຫາກຍັງຮັກຕົນເອງຢູ່
  1. ບໍ່ຍອມອາບນໍ້າກ່ອນນອນ.
  2. ດື່ມນໍ້າຫຼາຍກ່ອນເຂົ້ານອນ: ກາງຄືນເປັນຊ່ວງເວລາທີ່ຮ່າງກາຍຕ້ອງການພັກຜ່ອນຢ່າງຕໍ່ເນື່ອງ ໂດຍບໍ່ມີການລົບກວນ ແຕ່ຫາກດື່ມນໍ້າຫຼາຍກ່ອນນອນອາດເຮັດໃຫ້ຕ້ອງລຸກຂຶ້ນມາຖ່າຍເບົາກາງເດິກ ຖ້າອັ້ນໄວ້ກໍຈະມີອາການບວມນໍ້າໄດ້.
  3. ເຂົ້ານອນບໍ່ກົງເວລາ: ບາງມື້ນອນໄວ, ບາງມື້ນອນເດິກ ການທີ່ບໍ່ມີນິໄສໃນການເຂົ້ານອນໃຫ້ເປັນເວລາດຽວກັນທຸກໆຄືນ ຈະເຮັດໃຫ້ລະບົບການທໍາງານພາຍໃນຮ່າງກາຍປັ່ນປ່ວນ ເພາະປັບສະພາບບໍ່ທັນ.
  4. ນອນເວັນເປັນນິໄສ: ການນອນເວັນມື້ລະບໍ່ເກີນ 20 ນາທີ ຈະຊ່ວຍເຮັດໃຫ້ຮ່າງກາຍສົດຊື່ນ ແຕ່ການນອນເປັນເວລາ 2-3 ຊົ່ວໂມງ ຈະເຮັດໃຫ້ນອນຫຼັບຍາກໃຫ້ເວລາກາງຄືນ.
  5. ກິນເຂົ້າແລງຫຼາຍ ຫຼືມັກກິນເຂົ້າຕອນເດິກ.
  6. ໃຊ້ໂທລະສັບມືຖື: ການລົມໂທລະສັບ, ການແຊັດ, ການຫຼິ້ນໂຊຊຽວ ຫຼືອື່ນໆ ຈົນຫຼັບໄປ ນອກຈາກຈະເຮັດໃຫ້ນອນຫຼັບບໍ່ເຕັມທີ່ແລ້ວ ຄື່ນຂອງໂທລະສັບຍັງມີຜົນກະທົບຕໍ່ສະໝອງອີກດ້ວຍ.
  7. ເອົາວຽກກັບມາເຮັດຢູ່ເຮືອນ: ຈະເຮັດໃຫ້ເວລານອນໃນຕອນກາງຄືນສັ້ນລົງ ຮ່າງກາຍບໍ່ໄດ້ພັກ ອາດເຮັດໃຫ້ເກີດອາການຄຽດຊຶ່ງບໍ່ດີຕໍ່ສຸຂະພາບ.
  8. ໃສ່ໂມງນອນ: ໂດຍສະເພາະໂມງເຮືອງແສງອາດມີຜົນຕໍ່ສຸຂະພາບໃນໄລຍະຍາວ ເນື່ອງຈາກຮ່າງກາຍຈະໄດ້ຮັບຄື່ນເຮືອງແສງ ຫຼືພະລັງງານຈາກໂມງເປັນເວລາດົນ 6-8 ຊົ່ວໂມງ.
  9. ນຸ່ງເສື້ອຊັ້ນໃນນອນ: ຜູ້ຍິງທີ່ນຸ່ງເສື້ອຊັ້ນໃນຄັບດົນກວ່າ 12 ຊົ່ວໂມງ ມີຄວາມສ່ຽງໂຣກມະເຮັງເຕົ້ານົມ.

 

- 4 - 9 ພຶດຕິກໍາທີ່ບໍ່ຄວນເຮັດກ່ອນນອນ ຫາກຍັງຮັກຕົນເອງຢູ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!