ໂອເປກເຜີຍຊາອຸດິອາຣະບີຜະລິດ ນ້ຳມັນເພີ່ມໃນເດືອນສິງຫາ
September 2, 2018 - 2:25 PM
ແຫລ່ງຂ່າວໂອເປກລາຍງານວ່າ: ຊາອຸດິອາຣະບີຜະລິດນ້ຳມັນດິບໃນເດືອນສິງຫາເພີ່ມຂຶ້ນເປັນ10,42 ລ້ານບາເຣລຕໍ່ວັນ ເມື່ອທຽບໃສ່ປະລິມານ 10,28 ລ້ານບາເຣລຕໍ່ວັນໃນເດືອນກໍລະກົດ.
ແຫລ່ງຂ່າວອົງການກຸ່ມປະເທດຜູ້ສົ່ງອອກນ້ຳມັນ ຫລື ໂອເປກ ລາຍງານວ່າ: ອຸປະທານນ້ຳມັນດິບໃນເດືອນສິງຫາຢູ່ທີ່ 10,46 ລ້ານບາເຣລຕໍ່ວັນ ເມື່ອທຽບໃສ່ 10,38 ລ້ານບາເຣລຕໍ່ວັນໃນເດືອນກໍລະກົດ. ທັງນີ້ ການປ້ອນນ້ຳມັນເຂົ້າສູ່ຕະຫລາດພາຍໃນ ແລະ ສົ່ງອອກຈະມີປະລິມານແຕກຕ່າງກັນຂຶ້ນຢູ່ກັບປະລິມານນ້ຳມັນສຳຮອງທີ່ມີຢູ່.