ທ່ານ ທຣຳ ຂູ່ຈະໃຫ້ອາເມລິກາ ຖອນຕົວຈາກອົງການການຄ້າໂລກ
ປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ໃຫ້ສຳພາດສຳນັກຂ່າວບລູມເບິກນິວ ໃນວັນທີ 30 ສິງຫາແລ້ວນີ້ ຂູ່ຈະນຳອາເມລິກາຖອນຕົວອອກຈາກສະມາຊິກອົງການການຄ້າໂລກ ຫລື WTO ຖ້າຍັງບໍ່ມີການປັບປຸງອົງການໃໝ່.
ທ່ານ ທຣຳ ກ່າວວ່າ: ຖ້າຍັງບໍ່ມີການປ່ຽນແປງຂອງ WTO, ອາເມລິກາຈະຖອນຕົວຈາກອົງການແຫ່ງນີ້ ເຊິ່ງຖ້າອາເມລິກາຖອນຕົວແທ້ ຈະເປັນການທຳລາຍຮາກຖານສຳຄັນອັນໜຶ່ງຂອງລະບົບການຄ້າຂອງໂລກ ເຊິ່ງອາເມລິກາມີສ່ວນຮ່ວມໃນການສ້າງຕັ້ງຂຶ້ນ. ກ່ອນໜ້ານີ້ ທ່ານ ທຣຳ ກ່າວວ່າ: ອາເມລິກາໄດ້ຮັບການປະຕິບັດຢ່າງບໍ່ເປັນທຳໃນເວທີການຄ້າຂອງໂລກ ແລະ ທ່ານກ່າວຫາວ່າ: WTO ເປັນຕົວການທີ່ເຮັດໃຫ້ເກີດການປະຕິບັດທີ່ບໍ່ເປັນທຳກັບອາເມລິກາ. ທ່ານ ທຣຳ ຍັງກ່າວເຕືອນອີກວ່າ: ທ່ານຈະດຳເນີນການກັບ WTO, ແຕ່ທ່ານບໍ່ໄດ້ເປີດເຜີຍວ່າ: ທ່ານຈະດຳເນີນການແນວໃດກັບອົງການນີ້. ສຳລັບ WTO ສ້າງຕັ້ງຂຶ້ນເພື່ອກຳນົດກົດເກນສຳລັບການຄ້າໃນໂລກ ແລະ ແກ້ໄຂບັນຫາຂໍ້ຂັດແຍ່ງທາງການຄ້າລະຫວ່າງປະເທດ.