ປກສ ແຂວງວຽງຈັນຈັບຜູ້ຄ້າຂາຍຢາເສບຕິດ
ເມື່ອບໍ່ດົນມານີ້, ເຈົ້າ ໜ້າທີ່ຕຳຫຼວດພະແນກສະ ກັດກັ້ນແລະຕ້ານຢາເສບຕິດປກສ ແຂວງວຽງຈັນ ໄດ້ລົງ ແກ້ໄຂບັນຫາຢາເສບຕິດ ເຂດເມືອງທຸລະຄົມ ແຂວງ ວຽງຈັນ ສາມາດຈັບຕົວເປົ້າ ໝາຍ ຊື້-ຂາຍຢາເສບຕິດໄດ້ 3 ຄົນ ຄື: ທ້າວ ໂນ່ ອາຍຸ 28 ປີ ຢູ່ບ້ານເກີນໃຕ້, ທ້າວ ຕ໋ອມ ອາຍຸ 23 ປີ ຢູ່ບ້ານສີບຸນເຮືອງ ແລະ ທ້າວ ເກີ ອາຍຸ 25 ປີ ຢູ່ ບ້ານໂພນແຮ່ ພ້ອມຂອງກາງ ຢາເສດຕິດປະເພດຢາບ້າ ຈຳນວນ 2.857 ເມັດ.
+ ປກສ ກຸ່ມໂພນຕ້ອງຈັບໄວ້ລຸ້ນມົ້ວສຸມຢາເສບຕິດ ຢູ່ຮ້ານເກມເຂດບ້ານທົ່ງສ້າງນາງ 30 ກວ່າຄົນ
+ ຕໍາຫລວດອຸດົມໄຊຈັບຜູ້ຄ້າຢາເສບຕິດລາຍໃຫຍ່, ພ້ອມຂອງກາງຢາບ້າ 120 ພັນເມັດ
ຜ່ານການສຶບສວນ- ສອບສວນຂອງເຈົ້າໜ້າທີ່ ຜູ້ຕ້ອງຫາທັງ 3 ຮັບສາ ລະພາບວ່າ: ຈໍານວນຢາບ້າ ດັ່ງກ່າວເປັນຂອງພວກຕົນ ແທ້ ແລະ ກໍໄດ້ເຄື່ອນໄຫວ ພົວພັນຊື້-ຂາຍຢາເສບຕິດ ມາແຕ່ຕົ້ນປີນີ້.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ການກະທຳຂອງພວກ ກ່ຽວແມ່ນມີເຈດຕະນາ ຮ່ວມກັນຄ້າ-ຂາຍຢາເສບ ຕິດຢ່າງແທ້ຈິງ, ເຊິ່ງການ ກະທໍາຂອງພວກກ່ຽວ ແມ່ນໄດ້ສ້າງຄວາມບໍ່ສະ ຫງົບ ແລະ ສ້າງຄວາມບໍ່ ເປັນລະບຽບໃຫ້ແກ່ສັງ ຄົມທັງເປັນການກົດໜ່ວງທວ່ງດືງການສ້າງສາພັດ ທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ຜິດຕໍ່ ກົດໝາຍບ້ານເມືອງ, ປັດ ຈຸບັນເຈົ້າໜ້າທີ່ຍັງສືບຕໍ່ ດໍາເນີນການສືບສວນ – ສອບສວນພວກກ່ຽວເພື່ອ ຂະຫຍາຍຜົນຫາກຸ່ມ ແກ້ງຜູ້ຮ່ວມຂະບວນການ ມາລົງໂທດຕາມລະບຽບ ກົດໝາຍ.