ການສັນຈອນເສັ້ນທາງ ບໍ່ໂອ-ຫາດຊາຍຟອງ ພົບຄວາມຫຍຸ້ງຍາກຫລາຍ
ພາຍຫລັງທີ່ມີປະຊາຊົນ ໄດ້ແຈ້ງມາຍັງໜັງສືພິມລາວພັດທະນາພວກເຮົາ ກ່ຽວກັບສະພາບການສັນຈອນຢູ່ເຂດ ບ້ານຫ້ອມ-ຊາຍຟອງ ນະຄອນຫລວງວຽງຈັນ, ປັດຈຸບັນປແມ່ນມີຄວາມຫຍຸ້ງຍາກຫລາຍ, ພາຍຫລັງທີ່ມີການກໍ່ສ້າງທາງເຂດ ບໍ່ໂອ-ຊາຍຟອງ ຍັງບໍ່ທັນສຳເລັດ ບວກັບສະພາບຝົນຕົກຍິ່ງເຮັດໃຫ້ເສັ້ນທາງດັ່ງກ່າວເປ່ເພ, ເປັນບວກຂຸມໃຫຍ່ ແລະ ຂໍວອນພາກສ່ວນກ່ຽວຂ້ອງລົງແກ້ໄຂ ເພື່ອເຮັດໃຫ້ການສັນຈອນມີຄວາມສະດວກດີຂຶ້ນ.
ໃນວັນທີ 30 ສິງຫາ ນີ້, ນັກຂ່າວໜັງສືພິມລາວພັດທະນາ ກໍໄດ້ລົງພຶ້ນທີ່ ດັ່ງກ່າວ ແລະ ພົບວ່າ ສະພາບການສັນຈອນແມ່ນມີຄວາມຫຍຸ້ງຍາກຫລາຍ, ໂດຍສະເພາະແມ່ນ ຢູ່ເຂດບ້ານ ໂພເງີນ, ຊຶ່ງປະຊາຊົນຜູ້ຢູ່ອາໃສເຂດເສັ້ນທາງດັ່ງກ່າວ ໃຫ້ຮູ້ວ່າ: ການກໍ່ສ້າງເສັ້ນທາງ ບໍ່ໂອ-ຊາຍຟອງ ປັດຈຸບັນ ແມ່ນໄດ້ຍຸດເຊົາ, ເຮັດໃຫ້ພົບຄວາມຫຍຸ້ງຍາກ ໂດຍສະເພາະໃນຍາມຝົນ, ເກີດນ້ຳຖ້ວມອັ່ງຂັງເປັນບວກຕົມ, ເຮັດໃຫ້ການສັນຈອນພົບຄວາມຫຍຸ້ງຍາກລຳບາກຫລາຍ.
ທ່ານ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ສາເຫດຂອງໂຄງການກໍ່ສ້າງເສັ້ນທາງສາມແຍກ ຈິນາຍໂມ້-ບໍ່ໂອ-ຊາຍຟອງ ບໍ່ສຳເລັດຕາມແຜນການຍ້ອນ ບໍລິສັດຂາດທຶນໝູນວຽນ, ເຊິ່ງສັນຍາກໍ່ສ້າງເບື້ອງຕົ້ນ ແມ່ນ ບໍລິສັດ ດວງປະເສີດ ເປັນຜູ້ຮັບເຫມົາ ໃນມູນຄ່າ 368 ຕື້ກ່າວກີບ ແລະ ຫລັງຈາກບໍລິສັດດັ່ງກ່າວປະຕິບັດວຽກໄລຍະໜຶ່ງເຫັນວ່າຊັກຊ້າ ແລະ ບໍ່ມີຄວາມຄືບໜ້າ, ຫ້ອງການລັດຖະບານ ຈຶ່ງໄດ້ແຈ້ງການເຫັນດີໃຫ້ ນະຄອນຫລວງວຽງຈັນ ເຊັຍສັນຍາກັບ ບໍລິສັດ ຫາຍຫານ ທຸລະກິດ ຈຳກັດ ຂອງ ສປ ຈີນ ເຂົ້າຮັບເຫມົາກໍ່ສ້າງແທນ ແລະ ມາຮອດປັດຈຸບັນໜ້າວຽກສຳເລັດພຽງ 44,42% ແລະ ບໍລິສັດໄດ້ຢຸດວຽກຊົ່ວຄາວເພື່ອຊອກແຫລ່ງທຶນກັບມາກໍ່ສ້າງໃຫ້ສຳເລັດ.