ກະຊວງສາທາ ເພີ່ມທະວີການຄວບຄຸມພະຍາດເຂດຊາຍແດນ


ເມື່ອທ້າຍອາທິດຜ່ານມານີ້, ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ຈັດກອງປະຊຸມພາກພື້ນວຽກງານຮ່ວມມືກັນ ແລະ ຄວບຄຸມພະຍາດຕິດຕໍ່ລະຫວ່າງຊາຍແດນລາວ-ໄທ-ຫວຽດນາມ ແລະ ກຳປູເຈຍ ຂຶ້ນຢູ່ນະຄອນປາກເຊ ແຂວງ ຈຳປາສັກ, ຊຶ່ງມີຜູ້ແທນຈາກໄທ, ຫວຽດນາມ, ກໍາປູເຈຍ ແລະ ລາວ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກທະນາຄານພັດທະນາອາຊີ, ເພື່ອປຶກສາຫາລືກ່ຽວກັບການສ້າງຄວາມອາດສາມາດໃນການເຝົ້າລະວັງ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການຕອບໂຕ້ຕໍ່ການລະບາດ ແລະ ເພື່ອເພີ່ມຄວາມເຂັ້ມແຂງໃນການປະສານງານ ແລະ ຮ່ວມມືລະຫວ່າງຊາຍແດນໃຫ້ເປັນລະບົບປົກກະຕິ, ຕໍ່ເນື່ອງ ແລະ ມີປະສິດທິເພາະວຽກງານນີ້, ເປັນວຽກງານຫຼັກຂອງໂຄງການ ຮ່ວມມືລະຫວ່າງຊາຍແດນ ເພື່ອຕິດຕາມສະພາບການລະບາດຂອງພະຍາດ ແລະ ເຫດການຜິດປົກກະຕິດ້ານສາທາລະນະສຸກ ທີ່ມີຜົນສະທ້ອນຕໍ່ສຸຂະພາບຂອງປະຊາຊົນທີ່ອາໄສຢູ່ຕາມຊາຍແດນ ເພື່ອພ້ອມກັນແກ້ໄຂ-ຕອບໂຕ້ໃຫ້ທັນການ.