ຟອກແຂ້ວຂາວອັນຕະລາຍຫາກບໍ່ພົບທັນຕະແພດກ່ອນ
ການຟອກສີແຂ້ວ ຫລື ການຟອກແຂ້ວຂາວ ເປັນການປິ່ນປົວເພື່ອແກ້ໄຂສີຂອງແຂ້ວທີ່ເປັນສີເຫລືອງ, ສີນຳ້ຕານ, ສີຄຳ້ ໃຫ້ມີຄວາມຂາວຫລາຍຂຶ້ນ ໂດຍອາດມີສາເຫດມາຈາກອາຍຸທີ່ເພີ່ມຂຶ້ນ, ອາຫານ, ຄາບຢາສູບ, ຊາ, ກາເຟ ຫລື ຢາບາງຊະນິດ ເປັນຕົ້ນ. ແຕ່ບໍ່ແມ່ນທຸກຄົນທີ່ສາມາດແກ້ໄຂດ້ວຍວິທີການຟອກແຂ້ວໄດ້ ເພາະມີຂໍ້ຈຳກັດ ເຊັ່ນ : ແຂ້ວຕົກກະທີ່ເກີດຈາກຜົນຂ້າງຄຽງຂອງຢາ, ມີອາການເຫືອກຍານ, ແຂ້ວທີ່ປ່ຽນສີຈາກອຸປະຕິເຫດ ຫລື ຕາມອາຍຸຂອງຜູ້ໃຊ້ງານ. ແນວໃດກໍຕາມ, ຄວນປຶກສາທັນຕະແພດກ່ອນຮັບບໍລິການ ແລະ ບໍ່ຄວນຊື້ອຸປະກອນກ່ຽວກັບການຟອກສີແຂ້ວຜ່ານສື່ອອນລາຍມາເຮັດເອງຢູ່ເຮືອນ.
ການຟອກສີແຂ້ວ ຈະເຮັດໃຫ້ນຳ້ຢາຟອກສີແຂ້ວທີ່ມີຄວາມເຂັ້ມຂຸ້ນສູງຮ່ວມກັບການກະຕຸ້ນດ້ວຍແສງ ເພື່ອເລັ່ງປະຕິກິລິຍາໃນການຟອກສີແຂ້ວ ໂດຍເຮັດປະຕິກິລິຍາກັບສານທີ່ມີໃນແຂ້ວ ເຮັດໃຫ້ສີເຫລືອງ ຫລື ດຳຄຳ້ທີ່ສະສົມຢູ່ໃນຊີ້ນແຂ້ວສີອ່ອນລົງ ໂດຍບໍ່ມີຜົນຕໍ່ໂຄງສ້າງຂອງແຂ້ວ, ແຕ່ໃນບາງຄົນອາດມີອາການເຂັດແຂ້ວຂະນະຟອກ ຫລື ຫລັງຟອກໄດ້ ແລະ ຈະເຊົາໄປເອງພາຍໃນ 1 – 2 ມື້ ຫລັງຈາກຟອກສີແຂ້ວ. ຄວນຫລີກເວັ້ນການກິນອາຫານ ແລະ ເຄື່ອງດື່ມທີ່ກໍ່ໃຫ້ເກີດຄາບເທິງແຂ້ວ ລວມທັງງົດສູບຢາ 1 ອາທິດ, ຖູແຂ້ວ 2 ເທື່ອຕໍ່ມື້ ຮ່ວມກັບໃຊ້ໄໝຜັດຖູແຂ້ວມື້ລະ 1 – 2 ເທື່ອ, ບ້ວນປາກໂດຍນຳ້ຢາປະສົມຟລູອໍໄຣກ່ອນນອນທຸກມື້ ແລະ ໄປພົບທັນຕະແພດທຸກ 6 ເດືອນ.