ອາເມລິກາຢືນຢັນຫົວໜ້າ IS ໃນອັບການິດສະຖານຖືກສັງຫານແທ້

- 1535940829479 800x0 - ອາເມລິກາຢືນຢັນຫົວໜ້າ IS ໃນອັບການິດສະຖານຖືກສັງຫານແທ້
- kitchen vibe - ອາເມລິກາຢືນຢັນຫົວໜ້າ IS ໃນອັບການິດສະຖານຖືກສັງຫານແທ້

ກອງ​ກຳລັງ​ອາ​ເມ​ລິ​ກາ​ໃນ​ອັບ​ກາ​ນິດ​ສະຖານຢືນຢັນ​ໃນ​ວັນ​ທີ 2 ກັນຍາ​ວ່າ: ອາ​ບູ ​ໄຊ​ເອັດ ອໍຣັກ​ໄຊ ຫົວໜ້າ​ກຸ່ມ​ໄອ​ຊິ​ສ ​ເຊິ່ງ​ເປັນ​ຊື່​ທີ່​ອາ​ເມ​ລິ​ກາ​ໃຊ້​ເອີ້ນ​ກຸ່ມລັດ​ອິສລາມ (IS) ຖືກ​ປະຕິບັດ​ການ​ໂຈມ​ຕີ​ຂອງ​ອາ​ເມ​ລິ​ກາ​ສັງຫານ​ໃນ​ວັນ​ທີ 25 ສິງຫາ ຢູ່​ແຂວງ​ນັນ​ກາ​ຮາ ທາງ​ຕາ​ເວັນ​ອອກ​ຂອງ​ອັບ​ກາ​ນິດ​ສະຖານ.

ກອງ​ກຳລັງ​ອາ​ເມ​ລິ​ກາ​ໃນ​ອັບ​ກາ​ນິດ​ສະຖານ​ຖະ​ແຫລ​ງວ່າ: ອາ​ເມ​ລິ​ກາ ​ແລະ ພັນທະ​ມິດ​ໃນ​ອັບ​ກາ​ນິດ​ສະຖານ​ເດີນ​ໜ້າ​ກົດ​ດັນ​ເຄືອ​ຂ່າຍ​ກຸ່ມ​ກໍ່​ການ​ຮ້າຍ​ໃນ​ພາກພື້ນທີ່​ວາງ​ແຜນ ​ແລະ ສັ່ງ​ການ​ກໍ່​ເຫດ​ຮ້າຍ​ຈາກ​ອັບ​ກາ​ນິດ​ສະຖານ. ຍຸດ​ທະ​ສາດ​ນີ້​ເປັນ​ສ່ວນ​ໜຶ່ງ​ທີ່​ສຳຄັນ​ຂອງ​ແຜນ​ພັນທະ​ມິດ​ໃນ​ການ​ສ້າງ​ຄວາມ​ປອດ​ໄພ​ໃຫ້​ອັບ​ກາ​ນິດ​ສະຖານ.

ກ່ອນ​ໜ້າ​ນີ້, CNN ອ້າງ​ເຈົ້າໜ້າ​ທີ່​ແຂວງ​ນັນ​ກາ​ຮາ​ຂອງ​ອັບ​ກາ​ນິດ​ສະຖານ​ວ່າ: ຫົວໜ້າ IS ​ໃນ​ອັບ​ກາ​ນິດ​ສະຖານ ​ແລະ ນັກຮົບ 10 ຄົນ ຖືກ​ປະຕິບັດ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອັບ​ກາ​ນິດ​ສະຖານ ​ແລະ ພັນທະ​ມິດ​ສັງຫານ​ຕາມ​ທີ່​ໄດ້​ຮັບ​ຂ່າວ​ຈາກ​ສູນ​ອຳນວຍ​ການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ອັບ​ກາ​ນິດ​ສະຖານ. ຖື​ເປັນ​ຫົວໜ້າ IS ຄົນທີ​ສາມ​ທີ່​ຖືກ​ກອງ​ກຳລັງ​ອາ​ເມ​ລິ​ກາ​ສັງຫານ​ນັບ​ແຕ່​ເດືອນ​ກໍລະກົດ 2015.

- 4 - ອາເມລິກາຢືນຢັນຫົວໜ້າ IS ໃນອັບການິດສະຖານຖືກສັງຫານແທ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!