ມູຣິນໂຢ ກ່າວ ຜູ້ບໍລິຫານແມນຢູ ບໍ່ເຄີຍຄິດດຶງ ໂຣນັລໂດ້ ກັບຄືນ
ໂຊເຊ ມູຣິນໂຢ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ປະກາດວ່າ ຜູ້ບໍລິຫານຂອງທີມບໍ່ເຄີຍມີຄວາມຄິດທີ່ຈະເອົາ ຄຣິສເຕຍໂນ ໂຣນັລໂດ້ ກັບມາຢູ່ກັບທີມໃນຊ່ວງກ່ອນເປີດລະດູການ 2018-19, ຫລັງຈາກມີຂ່າວລືວ່າ: ມູຣິນໂຢ ຄັດຄ້ານແນວຄິດດັ່ງກ່າວ.
ໂຊເຊ ມູຣິນໂຢ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ຍອດສະໂມສອນແຫ່ງ ພຣີເມຍລີກ ອັງກິດ ກ່າວວ່າ: ຜູ້ບໍລິຫານຂອງທີມບໍ່ໄດ້ມີຄວາມຄິດທີ່ຈະດຶງ ຄຣິສເຕຍໂນ ໂຣນັລໂດ້ ດາວຍິງຊາວໂປຣຕຸເກສ ມາຮ່ວມທີມໃນຊ່ວງຊຳເມີ້ຜ່ານມາ ຄືທີ່ມີຂ່າວລືອອກມາກ່ອນໜ້ານີ້ແຕ່ຢ່າງໃດ.
ກ່ອນເກມທີ່ ແມນເຊສເຕີ ຢູໄນເຕັດ ຈະເອົາຊະນະ ເບິນລີ 2-0 ໃນວັນທີ 2 ກັນຍາຜ່ານມານັ້ນ, ເດິ ມິເຣີ ສື່ຂອງອັງກິດລາຍງານຂ່າວວ່າ: ຄວາມຈິງແລ້ວ ຜູ້ບໍລິຫານຂອງ ແມນເຊສເຕີ ຢູໄນເຕັດ ຄິດຈະດຶງ ໂຣນັລໂດ້ ກັບມາຢູ່ກັບທີມ, ແຕ່ ມູຣິນໂຢ ຄັດຄ້ານແນວຄິດດັ່ງກ່າວ ເພາະເບິ່ງວ່າຄ່າຕົວ ແລະ ຄ່າເໝື່ອຍທີ່ຕ້ອງຈ່າຍໄປເພື່ອໃຫ້ໄດ້ດາວເຕະໄວ 33 ປີ ມາຮ່ວມທີມບໍ່ສົມເຫດສົມຜົນ.
ມູຣິນໂຢ ໃຫ້ສຳພາດຫລັງເກມໃນວັນທີ 2 ກັນຍາວ່າ: ມັນບໍ່ເຄີຍມີການຍື່ນເລື່ອງກ່ຽວກັບ ຄຣິສເຕຍໂນ ມາໃຫ້ຂ້ອຍພິຈາລະນາວ່າຈະເອົາລາວ ຫລື ບໍ່, ບໍ່ເຄີຍມີເອກະສານກ່ຽວກັບ ຄຣິສເຕຍໂນ ມາຢູ່ເທິງໂຕະຂອງຂ້ອຍເລີຍ.