ການລະບາດຂອງຕັກແຕນຝູງຢູ່ພາກເໜືອຂອງ ລາວສາມາດຄວບຄຸມໄດ້ແລ້ວໃນບໍລິເວນ 118 ເຮັກຕາ

ນັບແຕ່ປີ 2015 ເປັນຕົ້ນມາ, ປະຊາຊົນໃນ 5 ແຂວງພາກເໜືອຄື: ຜົ້ງສາລີ, ຫລວງພະບາງ, ຫົວພັນ, ອຸດົມໄຊ ແລະ ຊຽງຂວາງ, ໄດ້ປະເຊີນກັບໄພພິບັດການລະບາດຂອງຕັກແຕນຝູງໄມ້ປ່ອງ, ໄດ້ສົ່ງຜົນກະທົບຕໍ່ການຜະລິດພືດສະບຽງອາຫານ ໃນເຂດດັ່ງກ່າວຢ່າງຫລວງຫລາຍຄື: ສາລີ, ໝາກເດືອຍ, ຫຍ້າອາຫານສັດ ແລະ ອື່ນໆ. ໃນທ້າຍປີຜ່ານມານີ້, ຈາກການສຳຫລວດຂອງນັກວິຊາການສາມາດກຳນົດພື້ນທີ່ຈຸດວາງໄຂ່ຂອງຕັກແຕນໄດ້ທັງໝົດ 640 ຈຸດ, ກວມເອົາ 376 ບ້ານ, 24 ເມືອງໃນ 5 ແຂວງດັ່ງກ່າວລວມມີເນື້ອທີ່ກວ້າງປະມານ 9 ພັນກວ່າເຮັກຕາ ແລະ ມາຮອດປັດຈຸບັນ ສາມາດຄວບຄຸມໄດ້ພຽງ 65 ຈຸດໃນບໍລິເວນສະເລ່ຍ 118 ເຮັກຕາ.
ໃນວັນທີ 4 ພຶດສະພານີ້, ທີ່ນະຄອນຫລວງວຽງຈັນ, ໄດ້ຈັດພິທີມອບ-ຮັບອຸປະກອນຊ່ວຍເຫລືອເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງຕັກແຕນຝູງໄມ້ປ່ອງ ງວດທີ 2, ລະຫວ່າງທ່ານ ຫວັງ ສີ ໂຫ່ຍ ທູດເສດຖະກິດແຫ່ງ ສປ ຈີນ ປະຈໍາລາວ ແລະ ທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກ ຝັງ, ກະຊວງກະສິກຳ ແລະ ປ່າໄມ້, ໂດຍການເຂົ້າຮ່ວມຂອງທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ຊຶ່ງປະກອບມີ: ພາຫະນະ (ລົດໃຫຍ່) ຈຳ ນວນ 21 ຄັນ, ອຸປະກອນສີດພົ່ນຢາ 1 ພັນກວ່າເຄື່ອງ, ປ້ອງກັນ 1 ພັນຊຸດ ແລະ ເຄື່ອງມືຮັບໃຊ້ການສຳຫລວດຈຳນວນໜຶ່ງ, ເພື່ອຈະໄດ້ຮີບຮ້ອນຈັດສົ່ງໄປຍັງພື້ນທີ່ກຳລັງລະບາດ ເພື່ອນຳໃຊ້ເຂົ້າໃນວຽກງານກຳຈັດ ແລະ ຄວບຄຸມການລະບາດຂອງຕັກແຕນດັ່ງກ່າວ, ທີ່ພວມຢູ່ໃນໄລຍະໄຂ່ຕັກແຕນພວມແຕກເປັນໂຕອ່ອນ ແລະ ເປັນເວລາທີ່ເໝາະສົມໃນການສີດພົ່ນຢາ ວິຊາການຈາກ ສປ ຈີນ ໄດ້ປະເມີນວ່າ: ພວກເຮົາຈະຕ້ອງດຳເນີນການປ້ອງກັນ ແລະ ຄວບຄຸມປະຊາກອນຕັກແຕນຝູງໄມ້ປ່ອງໄປອີກ 2-3 ປີ ຈຶ່ງຈະສາມາດຄວບຄຸມໃຫ້ຢູ່ໃນເກນປົກະຕິໄດ້.