ຫລວງນ້ຳທາ ສຸມໃສ່ 4 ວຽກໃຫຍ່ ເພື່ອຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ
ແຂວງຫລວງນ້ຳທາ ສຸມໃສ່ 4 ວຽກໃຫຍ່ ເພື່ອນຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ເປັນຕົ້ນແມ່ນການເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ແລະ ນຳເອົານິຕິກຳທີ່ກ່ຽວຂ້ອງຕ່າງໆເຊັ່ນ: ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ ແລະ ຄຳສັ່ງຂອງທ່ານນາຍົກ ເລກທີ 05/ນຍ, ລົງວັນທີ 8 ພຶດສະພາ 2018 ວ່າດ້ວຍການຫ້າມຄອບຄອງ, ເຄື່ອນຍ້າຍ, ຄ້າຂາຍສັດນ້ຳ-ສັດປ່າທີ່ຜິດກົດໝາຍ ແລະ ພືດພັນທີ່ຫາຍາກລົງເຜີຍແຜ່ໃຫ້ແກ່ບ້ານເປົ້າໝາຍ ທີ່ຢູ່ໃນເຂດປ່າສະຫງວນແຫ່ງຊາດມີຄວາມເຂົ້າໃຈເຊື່ອມຊຶມ. ພ້ອມນັ້ນ ກໍໄດ້ເພີ່ມທະວີການຮ່ວມມືກັບຕ່າງປະເທດຕາມຊາຍແດນ, ຈຸດຫລໍ່ແຫລມຕ່າງໆ ເພື່ອຕິດຕາມການເຄື່ອນຍ້າຍໄມ້, ສັດນ້ຳ-ສັດປ່າ ແລະ ພືດປະເພດຫວງຫ້າມ ແລະ ເຮັດວຽກສົ່ງເສີມອາຊີບໃຫ້ປະຊາຊົນມີວຽກເຮັດງານທຳທີ່ໝັ້ນຄົງ.
ທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫລວງນ້ຳທາ ໃຫ້ສຳພາດຕໍ່ນັກຂ່າວໃນໂອກາດເຂົ້າຮ່ວມກອງປະຊຸມຮ່ວມມືດ້ານວິຊາການ ເພື່ອຕ້ານການຄ້າ-ຂາຍສັດປ່າທີ່ຜິດກົດໝາຍ ໃນປະເທດພາກພື້ນລຸ່ມແມ່ນ້ຳຂອງ ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 30-31 ສິງຫາແລ້ວນີ້ ທີ່ແຂວງອຸດົມໄຊວ່າ: ໃນໄລຍະໜຶ່ງປີຜ່ານມາ, ແຂວງຫລວງນ້ຳທາໄດ້ມີການລາດຕະເວນຢູ່ຈຸດຫລໍ່ແຫລມຕ່າງໆ ແລະ ສາມາດຢຶດຊິ້ນສ່ວນສັດປ່າໄດ້ເປັນຈຳນວນຫລາຍ, ໃນນັ້ນ ມີໝີແພນດາແດງ 6 ໂຕ ໄດ້ນຳສົ່ງໄປສູນບຳບັດໝີທີ່ແຂວງຫລວງພະບາງປອດໄພແລ້ວ.