ລາຍຮັບຄ່າທຳນຽມທາງແຂວງຫົວພັນເພີ່ມຂຶ້ນ
ຫົວໜ້າພະແນກສ່ວຍ ສາອາກອນແຂວງຫົວພັນ ໃຫ້ຮູ້ວ່າ: 7 ເດືອນຕົ້ນປີນີ້ , ແຂວງຂອງຕົນສາມາດເກັບ ຄ່າທຳນຽມທາງໄດ້ 510 ລ້ານກວ່າກີບ, ທຽບໃສ່ໄລ ຍະດຽວຂອງປີຜ່ານມາ ເພີ່ມ ຂຶ້ນຫລາຍ ເທົ່າຕົວ. ເນື່ອງ ຈາກການເສຍຄ່າທຳນຽມ ທາງໃນປີນີ້ ມີຄວາມສະ ດວກຫລາຍ ເພາະຜູ້ຊົມໃຊ້ ຍານພາຫະນະທຸກປະເພດ ສາມາດ ເຂົ້າມາຊຳລະໄດ້ ຜ່ານລະບົບທະນາຄານ ໂດຍ ມີ 5 ທາງເລືອກຄື: ສຳລະ ຜ່ານບັດແອັບພຼີເຄຊັນທາງ ມືຖື, ຜ່ານຕູ້ ATM, ເຄົາເຕີ ທະນາຄານການຄ້າຕ່າງ ປະ ເທດລາວມະຫາຊົນ ແລະ ການບໍລິການອື່ນໄດ້ ສະດວກ ດີກວ່າເກົ່າ.
+ ຄ່າທຳນຽມທາງປະຕິບັດໄດ້ແລ້ວ 50% ຂອງຕົວເລກຄາດໝາຍໃຫ້ບັນລຸ 60 ຕື້ກີບໃນປີ 2018
+ ແນະນຳວິທີເສຍຄ່າທຳນຽມທາງລະບົບທັນສະໄໝໃຫ້ 5 ແຂວງ
ຫົວໜ້າພະແນກການ ດັ່ງກ່າວໃຫ້ຮູ້ອີກວ່າ: ສ່ວນ ລາຍຮັບສ່ວຍສາອາກອນ ປະຈຳປີນີ້ ສາມາດປະຕິ ບັດ ໄດ້ 53 ຕື້ກວ່າກີບ, ທຽບ ໃສ່ແຜນການປີເທົ່າກັບ 66,89%. ຕົ້ນຕໍ່ແມ່ນໄດ້ ມາຈາກ ອາກອນປົກກະຕິ, ຈາກທີ່ດິນ ແລະ ຄ່າບໍລິການ. ສ່ວນການຈັດເກັບອາກອນ ແລະ ຄ່າທຳນຽມທາງ ປີນີ້ ເຖິງວ່າສາມາດປະຕິບັດໄດ້ ລື່ນປີຜ່ານໆມາກໍຕາມແຕ່ ໃນ ຕົວຈິງ ກໍຍັງມີຂໍ້ຫຍຸ້ງ ຍາກຫລາຍຢ່າງເຊັ່ນ: ມີ ບາງພາກສ່ວນບໍ່ໃຫ້ການ ຮ່ວມມືເຮັດໃຫ້ການຈັດ ເກັບລາຍຮັບບໍ່ໄດ້ເຕັມເມັດ ເຕັມໜ່ວຍ ເປັນຕົ້ນແມ່ນບັນ ດາໂຄງການລົງທຶນຂອງ ພາກລັດວິສາຫະກິດທີ່ບໍ່ ໄດ້ຜ່ານລະບົບງົບ ປະມານ ຂອງລັດບາງໂຄງການບໍ່ ສາມາດ ເກັບອາກອນ ໄດ້, ດັ່ງໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍ ຕ່າງໆ ແມ່ນບໍ່ສາມາດຈັດເກັບ ລາຍຮັບສວຍສາອາກອນຈາກຜູ້ຮັບເໝົາໄດ້.
ນອກຈາກນີ້ຍັງມີນັກທຸລະກິດບາງພາກສ່ວນ ບໍ່ໃຫ້ຄວາມຮ່ວມມື ມີການ ລົບຫລີກ, ບໍ່ຖືບັນຊີ, ບໍ່ນຳ ໃຊ້ໃບເກັບເງິນອາກອນ ເຮັດໃຫ້ການກວດກາໄລ່ ລຽງອາກອນພົບຄວາມ ຫຍຸ້ງຍາກ./.