ຄູຝຶກຫວຽດນາມພໍໃຈ ຜົນງານເອຊຽນເກມ 2018 ແລະ ພ້ອມຜະເຊີນ AFF Suzuki Cup 2018
Park Hang-seo ຄູຝຶກທີມຊາດຫວຽດນາມ ຊາວ ສ.ເກົາຫລີ ເປີດເຜີຍຕໍ່ສື່ຫວຽດນາມວ່າ: ຕົນເອງພໍໃຈຢ່າງຍິ່ງກັບຜົນງານຂອງທີມໃນເອຊຽນເກມຄັ້ງນີ້ ພວກເຮົາໄດ້ມອບຄວາມສຸກ, ຄວາມປະທັບໃຈ ແລະ ສ້າງສັດທາໃຫ້ແຟນບານຫວຽດນາມຢ່າງໜັກແໜ້ນ ພ້ອມກັບສ້າງປະຫວັດສາດໜ້າໃຫມ່ໃນວົງການບານເຕະຫວຽດນາມ 2 ລາຍການຕິດຕໍ່ກັນ ໄດ້ຮອງແຊ້ມ U23 ຊີງແຊ້ມອາຊີຄັ້ງທຳອິດ ແລະ ເຂົ້າຮອບຮອງຊະນະເລີດເອຊຽນເກມຄັ້ງທຳອິດ.
Park Hang-seo ຮູ້ສຶກເສຍດາຍທີ່ບໍ່ສາມາດນຳທີມຊາດຫວຽດນາມຄວ້າຫລຽນທອງກັບບ້ານ ໂດຍເສຍໃຫ້ສະຫະລັດອາຣັບເອມີເຣສ ພຽງແຕ່ການດວນຈຸດໂທດຕັດສິນ 3-4. Park Hang-seo ຄິດເຖິງສະໄຫມຄຸມທີມຊາດ ສ.ເກົາຫລີ ໄດ້ຫລຽນທອງເອຊຽນເກມ ປີ 2002.
Park Hang-seo ກ່າວຕື່ມວ່າ: ສິ່ງທີ່ເຮົາເສຍປຽບຄູ່ແຂ່ງ ຄືທາງດ້ານຈິດໃຈ, ຮູບຮ່າງ, ແຮງປະທະ ແລະ ພະລະກຳລັງ, ພວກເຮົາຕ້ອງໄດ້ເສີມຈຸດນີ້ ເພື່ອໃຫ້ທີມໄປເຖິງເປົ້າໝາຍໄກກວ່າເກົ່າ.
ໃນການແຂ່ງຂັນບານເຕະ AFF Suzuki Cup 2018 ຫວຽດນາມຢູ່ກຸ່ມ A ຮ່ວມກັບ ລາວ, ມຽນມາ, ມາເລເຊຍ ແລະ ກຳປູເຈຍ. ສ່ວນ Asian Cup 2019 ຢູ່ກຸ່ມ D ຮ່ວມກັບ ອີຣານ, ອີຣັກ ແລະ ເຢເມນ.