ນັກຂ່າວ 11 ປະເທດເຂົ້າຮ່ວມທັດສະນະສຶກສາໃນຫົວຂໍ້ໜຶ່ງແລວໜຶ່ງເສັ້ນທາງ
ຄະນະບັນນາທິການ ແລະ ນັກຂ່າວອາວຸໂສ ຈາກ 11 ປະເທດ ໃນອາຊຽນ, ອາຊີໃຕ້ ແລະ ອາຊີຕາເວັນອອກ ທີ່ນອນຕາມແລວເສດຖະກິດ ໜຶ່ງແລວ ໜຶ່ງເສັ້ນທາງ “Belt and Road” initiative ໄດ້ເຂົ້າຮ່ວມທັດສະນະສຶກສາ ໃນຫົວຂໍ້ “ລົງເລິກການຮ່ວມມື ລະຫວ່າງ ຈີນກັບປະເທດອ້ອມຂ້າງ, ຊອກຮູ້ໝາກຜົນການຮ່ວມມື ຂອງ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ການເຊື່ອມຈອດ ໃນພາກພື້ນ”, ທີ່ ສປ.ຈີນ ໃນລະຫວ່າງ ວັນທີ 21-31 ສິງຫານີ້.
ຜູ້ເຂົ້າຮ່ວມທັດສະນະໃນຄັ້ງນີ້, ມີຕົວແທນຈາກສື່ມວນຊົນ, ສື່ສິ່ງພິມ ແລະ ເອເລັກໂຕຣນິກ ຫລາຍກວ່າ 20 ຄົນ ຈາກ ສປປ ລາວ, ຫວຽດນາມ, ມຽນມາ, ອິນໂດເນເຊຍ, ຟິລິປິນ, ອິນເດຍ, ປາກິສະຖານ, ມົງໂກລີ, ຍີ່ປຸ່ນ, ສປປ.ເກົາຫລີ ແລະ ສ.ເກົາຫລີ, ໂດຍໄດ້ໄປຢ້ຽມຢາມ ບັນດາໂຄງການ ແລະ ຫົວໜ່ວຍການຜະລິດສຳຄັນຕ່າງໆ ທີ່ນອນໃນແລວເສດຖະກິດດັ່ງກ່າວ ປະກອບມີ: ນະຄອນປັກກິ່ງ, ເມືອງຕາຊິງ ແລະ ເມືອງຮາບິງ ແຂວງ ເຮີລົງຈຽງ, ເຂດປົກຄອງພິເສດມົງໂກໃນເປັນຕົ້ນ.
ສປປ ລາວ ເປັນປະເທດໜຶ່ງ ທີ່ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມດັ່ງກ່າວ ແລະ ກໍໄດ້ໃຫ້ການສະໜັບສະໜູນຢ່າງຕັ້ງໜ້າ, ໂຄງການເສັ້ນທາງລົດໄຟລາວ-ຈີນ ກໍເປັນໜຶ່ງໃນບັນດາໂຄງການທີ່ສຳຄັນ ຂອງການສ້າງໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ຂອງປະຊາຊົນລາວ-ຈີນ ກໍຄື ລະຫວ່າງປະຊາຊົນໃນບັນດາປະເທດສະມາຊິກອາຊຽນອື່ນໆ ກັບ ສປ.ຈີນ. ມາຮອດປັດຈຸບັນ ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ສຳເລັດຫລາຍກວ່າ 42%, ສ່ວນໃຫຍ່ແມ່ນການກໍ່ສ້າງເສົາຂົວ, ອຸມົງທາງລົດໄຟ ແລະ ໜ້າວຽກກໍ່ສ້າງລະບົບພື້ນຖານອື່ນໆອີກ.