ຕໍາຫລວດເມືອງໂພນໂຮງມອບຊັບຄືນເຈົ້າຂອງເດີມ
ເມື່ອບໍ່ດົນມານີ້, ທ່ານຮອງຫົວໜ້າພະແນກຕໍາຫລວດກອງບັນຊາການ ປກສ ເມືອງໂພນໂຮງແຂວງວຽງຈັນ ໄດ້ມອບລົດຈັກຮອນດ້າເວບ 100 ໄທ, ຮອນດ້າຄຣິກໄອ ແລະ ລົດຈັກເວບຈີນຢ່າງລະໜຶ່ງຄັນ, ພ້ອມເຄື່ອງໃຊ້ໄຟຟ້າຈໍານວນໜຶ່ງຄືນໃຫ້ເຈົ້າຂອງເດີມ, ຫລັງຈາກຊັບສີນດັ່ງກ່າວໄດ້ຖືກຄົນຮ້າຍລັກໄປລະຫວ່າງເດືອນມິຖຸນາຫາເດືອນສິງຫານີ້ ແລະ ເຈົ້າໜ້າທີ່ສາມາດຕິດຕາມຈັບຕົວຄົນຮ້າຍມາດໍາເນີນຄະດີຕາມລະບຽບກົດໝາຍໄດ້ ຄື: ທ້າວ ວິລະສອນ ອາຍຸ 24 ປີຢູ່ບ້ານນ້ຳແຈ້ງເມືອງໂພນໂຮງ.
ໂອກາດນີ້, ເຈົ້າໜ້າທີ່ໄດ້ຮຽກຮ້ອງມາຍັງປະຊາຊົນທຸກຊັ້ນຄົນ, ຈົ່ງມີສະຕິປົກປັກຮັກສາວັດຖຸສິ່ງຂອງມີຄ່າໄວ້ໃຫ້ດີ ເພື່ອບໍ່ໃຫ້ຄົນບໍ່ດີມີໂອກາດລັກເອົາໄປໄດ້ງ່າຍ, ພ້ອມທັງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນມີປະກົດການບໍ່ດີຕ່າງໆແມ່ນໃຫ້ແຈ້ງເຈົ້າໜ້າທີ່ໃກ້ຄຽງ ເພື່ອລົງແກ້ໄຂໄດ້ທັນການ.
ແຫລ່ງຂ່າວໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນນີ້, ເຈົ້າໜ້າທີ່ສັນຕິບານ ປກສ ແຂວງຄຳມ່ວນ ສປປ ລາວ ໄດ້ມອບຕົວທ້າວ ສຸທິນ ບຸນພາ ອາຍຸ 26 ປີສັນຊາດໄທ ຢູ່ບ້ານສຸໂຂໄທອໍາເພີເມືອງສີສັດຕະນະໄລ, ຈັງຫວັດສຸໂຂໄທ (ປະເທດໄທ) ໃຫ້ເຈົ້າໜ້າທີ່ຕໍາຫລວດກວດຄົນເຂົ້າເມືອງດ່ານສາກົນຂົວມິດຕະພາບ 3 ຈັງຫວັດນະຄອນພະນົມ ເອົາຕົວໄປດໍາເນີນຄະດີຕາມລະບຽບກົດໝາຍ, ພາຍຫລັງຜູ້ກ່ຽວໄດ້ລັກລອບເຂົ້າເມືອງ ແລະ ລັກສ້າງຄອບຄົວກັບພົນລະເມືອງລາວແບບຜິດກົດໝາຍ, ຊຶ່ງຖືກເຈົ້າໜ້າທີ່ລາວກັກຕົວໃນວັນທີ 14 ກໍລະກົດ 2018. ການສົ່ງມອບຜູ້ຖືກຫາຄັ້ງນີ້, ແມ່ນປະຕິບັດສົນທິສັນຍາລະຫວ່າງສອງປະເທດວ່າດ້ວຍການຈັດສົ່ງຜູ້ຖືກຫາກັບຄືນປະເທດ.