ມົງໂກລີຫ້າມໃຊ້ໂທລະສັບມືຖືໃນໂຮງຮຽນ

- 1536205589398 800x0 - ມົງໂກລີຫ້າມໃຊ້ໂທລະສັບມືຖືໃນໂຮງຮຽນ
- kitchen vibe - ມົງໂກລີຫ້າມໃຊ້ໂທລະສັບມືຖືໃນໂຮງຮຽນ

ລັດຖະບານ​ມົງ​ໂກ​ລີ​ອະນຸມັດ​ຄຳ​ສັ່ງຫ້າມ​ນັກຮຽນ​ໃນ​ໂຮງຮຽນ​ໃຊ້​ໂທລະສັບ​ມື​ຖື ​ໂດຍ​ຈະ​ເລີ່​ມມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1 ຕຸລາ​ນີ້.

ທາງ​ການ​ມົງ​ໂກ​ລີ ລະບຸ​ວ່າ: ການ​ອອກ​ຄຳ​ສັ່ງ​ຫ້າມ​ດັ່ງກ່າວ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ສົ່ງ​ຜົນ​ກະທົບ​ຕໍ່​ການ​ຮຽນ​ຂອງ​ນັກຮຽນ ​ແລະ ປົກ​ປ້ອງ​ນັກຮຽນ​ຈາກ​ໄພ​ຄຸກ​ຄາມ​ທາງ​ໄຊ​ເບີ ​ແລະ ຜົນ​ກະທົບ​ໃນ​ທາງ​ລົບ​ຈາກ​ການ​ໃຊ້​ອຸປະກອນ​ເອ​ເລັກ​ໂຕຣນິກດັ່ງກ່າວ.

- Visit Laos Visit SALANA BOUTIQUE HOTEL - ມົງໂກລີຫ້າມໃຊ້ໂທລະສັບມືຖືໃນໂຮງຮຽນ

ຜົນ​ການ​ສຶກສາ​ຂອງ​ກະຊວງ​ສຶກສາມົງ​ໂກ​ລີ ຮ່ວມ​ກັບ​ທະນາຄານ​ໂລກ ​ໃນ​ປີ 2017 ພົບ​ວ່າ: ​ໃນ​ມົງ​ໂກ​ລີ​ມີ​ນັກຮຽນ 71,8% ​ໃຊ້​ໂທລະສັບ​ເຄື່ອນ​ທີ່ ​ແລະ 55% ຂອງ​ຈຳນວນ​ດັ່ງກ່າວ​ໃຊ້​ໂທລະສັບ​ແບບ​ສະມາດ​ໂຟນ. ຜົນ​ການ​ສຶກສາ​ດັ່ງກ່າວ​ມາ​ຈາກ​ການ​ສຳ​ຫລວດ​ນັກຮຽນອາຍຸ 8-17 ປີ ຈຳນວນ 1.278 ຄົນ ຕາມ​ໂຮງຮຽນ 14 ​ແຫ່ງ​ທົ່ວ​ປະ​ເທດ. ລາຍ​ງານ​ຂອງ​ສູນ​ຊ່ວຍ​ເຫລືອ​ເດັກ​ແຫ່ງ​ຊາດ​ພົບ​ວ່າ: ​ໃນ​ປີ​ນີ້​ມີ​ລາຍ​ງານ​ເລື່ອງ​ການ​ຫລອກ​ລວງ​ທາງ​ໄຊ​ເບີ 125 ຄົນ ​ແລະ ການ​ຕິດ​ອິນ​ເຕີ​ເນັດ 35 ຄົນ.

- 4 - ມົງໂກລີຫ້າມໃຊ້ໂທລະສັບມືຖືໃນໂຮງຮຽນ
- 5 - ມົງໂກລີຫ້າມໃຊ້ໂທລະສັບມືຖືໃນໂຮງຮຽນ
- 3 - ມົງໂກລີຫ້າມໃຊ້ໂທລະສັບມືຖືໃນໂຮງຮຽນ