ສູນກາງຊາວໜຸ່ມມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງທຸລະຄົມ
ໃນອາທິດຜ່ານມານີ້, ທ່ານ ຫົງຄຳ ສຸວັນນະວົງ ຄະ ນະເລຂາທິການສູນກາງ ຊປປລ, ໄດ້ນຳເອົາເຄື່ອງ ອຸ ປະໂພກ, ບໍລິໂພກ ແລະ ເງິນ ສົດຈຳນວນໜຶ່ງລົງມອບໃຫ້ ຜູ້ປະສົບໄພນ້ຳຖ້ວມຢູ່ເມືອງທຸລະຄົມແຂວງວຽງຈັນ ລວມມີມູນຄ່າຫລາຍກວ່າ 11 ລ້ານກີບ.
+ ສະພານະຄອນຫລວງວຽງຈັນມອບເຄື່ອງຊ່ວຍເຫລືອຜູ້ຮັບຜົນກະທົບຈາກໄພນ້ຳຖ້ວມ
+ ຊາວໜຸ່ມແຂວງຄຳມ່ວນມອບເຄື່ອງໃຫ້ອ້າຍນ້ອງທະຫານຊາຍແດນ
ທ່ານ ຫົງຄຳ ສຸວັນນະວົງ ກ່າວວ່າ: ເຄື່ອງທີ່ນຳມາມອບ ໃນຄັ້ງນີ້ແມ່ນໄດ້ມາຈາກ ການບໍລິຈາກຂອງສະມາຊິກຊາວໜຸ່ມບັນດາສຳນັກງານ, ອົງການ, ກະຊວງ, ນັກທຸລະ ກິດ ແລະ ພໍ່ຄ້າຊາວຂາຍ ທີ່ມີ ນ້ຳໃຈເສຍສະຫຼະວັດຖຸເງິນ ຄຳ ສ່ວນຕົວ ເພື່ອຊ່ວຍເຫຼືອ ຜູ້ປະສົບໄພພິບັດ, ເຖິງຈະ ບໍ່ຫຼາຍ, ແຕ່ກໍ່ແມ່ນນ້ຳຈິດນ້ຳ ໃຈຂອງຊາວໜຸ່ມທົ່ວປະເທດ ທີ່ມີຄວາມເປັນຫ່ວງເປັນ ໃຍຕໍ່ປະຊາຊົນ ຜູ້ທີ່ໄດ້ຮັບ ຜົນກະທົບຈາກໄພພິບັດ ທາງທຳມະຊາດ.
ໃນໂອກາດນີ້ ທ່ານ ເຈົ້າ ເມືອງທຸລະຄົມ ກໍໄດ້ກ່າວ ຂອບໃຈຕໍ່ການຊ່ວຍເຫລືອ ດັ່ງກ່າວ ເພື່ອບັນເທົາທຸກ ປະຊາຊົນທີ່ໄດ້ຮັບຜົນກະ ທົບຈາກໄພນ້ຳຖ້ວມຄັ້ງນີ້, ທາງອຳນາດການປົກຄອງ ເມືອງຈະໄດ້ຈັດແບ່ງເຄື່ອງຂອງດັ່ງກ່າວໃຫ້ທົ່ວເຖິງ.
ທ່ານໃຫ້ຮູ້ອີກວ່າ: ຢູ່ ເມືອງທຸລະຄົມ ມີ 10 ບ້ານ ທີ່ໄດ້ຮັບຜົນກະທົບໜັກຄື: ບ້ານຫາດສວນ, ບ້ານຈຸ້ມ, ບ້ານແຈ້ງ, ບ້ານ ຕານປ່ຽວ, ບ້ານໂພນແພງ, ບ້ານ ລິ່ງ ຊັນ, ບ້ານບຸ່ງພ້າວ, ບ້ານ ຫາດໄຊ, ບ້ານຫາດສ້ຽວ ແລະ ບ້ານຖິ່ນຄຳ; ສັງ ລວມແລ້ວມີ 1.140 ຄອບ ຄົວ, ມີພົນລະເມືອງທີ່ໄດ້ ຮັບຜົນກະທົບທັງໝົດ 5.725 ຄົນ./.