ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມອາເຊັມກ່ຽວກັບ ສິດທິມະນຸດຂອງຜູ້ອາຍຸສູງ

- Commitee from laos - ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມອາເຊັມກ່ຽວກັບ ສິດທິມະນຸດຂອງຜູ້ອາຍຸສູງ
- kitchen vibe - ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມອາເຊັມກ່ຽວກັບ ສິດທິມະນຸດຂອງຜູ້ອາຍຸສູງ

ກອງປະຊຸມອາຊີ-ເອີລົບ (ອາເຊັມ) ຄັ້ງທີ III ກ່ຽວກັບສິດທິມະນຸດຂອງຜູ້ອາຍຸສູງ ໄດ້ຈັດຂື້ນໃນວັນທີ 5-6 ກັນຍານີ້, ທີ່ນະຄອນຫລວງເຊອູນ ສ.ເກົາຫລີ, ໂດຍການກ່າວເປີດກອງປະຊຸມຂອງທ່ານ ນາຢອນລີ ນາຍົກລັດຖະມົນຕີແຫ່ງ ສ.ເກົາຫລີ ແລະ ພາຍໃຕ້ການເປັນປະທານຂອງທ່ານນາງ ຊຸງໂຮລີ(Sung Ho Lee) ປະທານສູນຜູ້ອາຍຸສູງອາຊີ-ເອີລົບ. ຄະນະຜູ້ແທນລາວນໍາໂດຍທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ມີຄະນະຜູ້ແທນຈາກບັນດາເທດອາຊີ-ເອີລົບ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນເຂົ້າຮ່ວມທັງໝົດ 500 ກວ່າທ່ານ.

ກອງປະຊຸມຄັ້ງນີ້, ເພື່ອປຶກສາຫາລືການປະຕິບັດຖະແຫລງການຂອງກອງປະຊຸມຄັ້ງຜ່ານມາ, ແຜນປະຕິບັດງານມັດຣິດກ່ຽວກັບຜູ້ອາຍຸສູງ (2002-2022) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (2016-2030). ພ້ອມທັງປຶກສາຫາລືກ່ຽວກັບບົດບາດ ແລະ ການປະສານງານຂອງສູນ, ສິດທິໃນການເຂົ້າເຖິງການປິ່ນປົວສຸຂະພາບ, ຫ້າມການຈຳແນກຜູ້ອາຍຸສູງ, ສິດທິໃນການເຮັດວຽກ, ສິດທິໃນການປັດສະຈາກການໃຊ້ຄວາມຮຸນແຮງ ແລະ ຖືກບັງຄັບ ແລະ ສິດທິໃນການເຂົ້າເຖິງການປະກັນສັງຄົມ ກໍຄືການລົບລ້າງຄວາມທຸກຍາກແກ່ຜູ້ອາຍຸສູງ ເນື່ອງຈາກວ່າ: ປັດຈຸບັນຜູ້ອາຍຸສູງມີປະມານ 13% ຂອງປະຊາກອນໃນທົ່ວໂລກ ແລະ ມີປະມານ 12% ຢູ່ອາຊີ, 25% ຢູ່ເອີລົບ ແລະ 17% ໂອຊີເນຍ, ເຊິ່ງເຫັນວ່າເປັນຕົວເລກທີ່ສູງເມື່ອທຽບໃສ່ກັບຂົງເຂດອາຟຣິກາ ແລະ ອາເມລິກາລາຕີນມີພຽງ 5% ແລະ ຄາຣີບຽນ 12%.

- Visit Laos Visit SALANA BOUTIQUE HOTEL - ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມອາເຊັມກ່ຽວກັບ ສິດທິມະນຸດຂອງຜູ້ອາຍຸສູງ
- Visit Laos Visit SALANA BOUTIQUE HOTEL - ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມອາເຊັມກ່ຽວກັບ ສິດທິມະນຸດຂອງຜູ້ອາຍຸສູງ

ທ່ານ ຄຳແພງ ໄຊສົມແພງ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ສປປ ລາວ ໄດ້ເອົາໃສ່ການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອາຍຸສູງມາໂດຍຕະຫລອດ ແລະ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍນິຕິກຳຂອງສາກົນ ໂດຍຜ່ານການຈັດຕັ້ງປະຕິບັດໂຄງການຕ່າງໆທີ່ຕິດພັນກັບການແກ້ໄຂຄວາມທຸກຍາກ, ການດູແລເບິ່ງແຍງຜູ້ອາຍຸສູງຢູ່ຕົວເມືອງໃຫຍ່ ແລະ ຊົນນະບົດໃຫ້ມີການດໍາລົງຊີວິດທີ່ດີຂຶ້ນ.

ໃນໂອກາດນີ້, ທ່ານ ຄໍາແພງ ໄຊສົມແພງ ຍັງໄດ້ພົບປະສອງຝ່າຍກັບຜູ້ອໍາ ນວຍການຂອງສູນພັດທະນາຊັບພະຍາກອນມະນຸດ ສ.ເກົາຫລີ ເພື່ອແລກປ່ຽນບົດຮຽນຕ່າງໆໃນການຄຸ້ມຄອງ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານຕ່າງປະເທດ ທີ່ມາເຮັດວຽກຢູ່ ສ.ເກົາຫລີ, ໂດຍສະແມ່ນແຮງງານຈາກ ສປປ ລາວ.

- 4 - ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມອາເຊັມກ່ຽວກັບ ສິດທິມະນຸດຂອງຜູ້ອາຍຸສູງ
- 3 - ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມອາເຊັມກ່ຽວກັບ ສິດທິມະນຸດຂອງຜູ້ອາຍຸສູງ
- 5 - ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມອາເຊັມກ່ຽວກັບ ສິດທິມະນຸດຂອງຜູ້ອາຍຸສູງ