ເອດີບີ ສະໜອງທຶນຫລາຍກວ່າ 40 ລ້ານໂດລາສົ່ງເສີມທຸລະກິດກະສິກຳແບບຍືນຍົງ
ທະນາຄານພັດທະນາອາຊີ (ເອດີບີ) ໄດ້ຕົກລົງສະໜອງທຶນ 40,5 ລ້ານໂດລາສະຫະລັດໃຫ້ລາວເຮົາ ເພື່ອນໍາໃຊ້ເຂົ້າໃນໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດກັບສິ່ງແວດລ້ອມ, ຊຶ່ງພິທີລົງນາມຮັບທຶນຊ່ວຍເຫລືອລ້າດັ່ງກ່າວໄດ້ມີຂຶ້ນໃນວັນທີ 6 ກັນຍານີ້ລະຫວ່າງ ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຢາຊູຊິ ເນກິຊິ ຜູ້ຕາງໜ້າທະນາຄານພັດທະນາອາຊີປະຈຳລາວ.
ໂຄງການດັ່ງກ່າວຈະຊ່ວຍຊາວກະສິກອນ ແລະ ຜູ້ປະກອບການທຸລະກິດກະສິກຳໃນການປັບປຸງລະບົບຕ່ອງໂສ້ການຜະລິດທີ່ເປັນມິດກັບສະພາບແວດລ້ອມ ແລະ ຍືນຍົງ ແມ່ນຄວາມພະຍາຍາມຮ່ວມກັນລະຫວ່າງລັດຖະບານລາວ ແລະ ເອດີບີ ເພື່ອຫັນການຜະລິດກະສິກຳໃຫ້ເປັນສິນຄ້າ, ມີຄວາມຍືນຍົງ ແລະ ແທດເໝາະກັບສະພາບແວດລ້ອມ ແລະ ຈະຊ່ວຍສ້າງສະມັດຕະພາບຂອງການຜະລິດພືດສິນຄ້າ, ສ້າງຜະລິດຕະພັນກະສິກຳໃຫ້ມີຄວາມຫລາກຫລາຍ, ພ້ອມທັງເປັນການສົ່ງເສີມການນຳໃຊ້ຝຸ່ນຊີວະພາບ ແລະ ການເຮັດກະສິກຳອິນຊີ, ການສະໜອງແນວພັນພືດສິນຄ້າທີ່ທົນຕໍ່ສະພາບນ້ຳຖ້ວມ ແລະ ແຫ້ງແລ້ງ. ພ້ອມນັ້ນກໍຈະສະໜັບສະໜູນການສ້າງນະໂຍບາຍສົ່ງເສີມການລົງທຶນຂອງພາກເອກະຊົນເຂົ້າໃນຂະແໜງກະສິກຳ, ໂດຍຜ່ານຮູບແບບການລົງທຶນຮ່ວມລະຫວ່າງພາກລັດ ແລະ ພາກເອກະຊົນ ແລະ ການສ້າງຕັ້ງກຸ່ມການລົງທຶນຮ່ວມເພື່ອຜະລິດກະສິກຳເປັນສິນຄ້າ.
ທ່ານ ເນກິຊິ ໃຫ້ຮູ້ວ່າ: ຕາມການຄາດຄະເນແລ້ວຢ່າງໜ້ອຍຈະມີປະມານ ປະຊາຊົນ 1 ແສນຄົນ ຫລື 20 ພັນຄອບຄົວໃນລາວຈະໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ, ເຊິ່ງຈະຊ່ວຍໃຫ້ເຂົາເຈົ້າມີລາຍຮັບເພີ່ມຂຶ້ນຢ່າງໜ້ອຍ 30% ແລະ ທັງສົ່ງເສີມການເຊື່ອມໂຍງໃນອານຸພາກພື້ນແມ່ນ້ຳຂອງ ແລະ ສະໜັບສະໜູນບັນດາຂໍ້ຕົກລົງຕ່າງໆກັບການຄ້າແນວພັນອານຸພາກພື້ນແມ່ນ້ຳຂອງ.