ບໍລິຄຳໄຊ-ໜອງຄາຍສືບຕໍ່ຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ
ກອງປະຊຸມຮ່ວມມືຮັກສາຄວາມສະຫງົບຮຽບຮ້ອບຕາມຊາຍແດນລາວ-ໄທ ລະຫວ່າງແຂວງບໍລິຄຳໄຊ ສປປ ລາວ ແລະ ຈັງຫວັດໜອງຄາຍ ຣາຊະອະນາຈັກໄທ ໄດ້ມີຂຶ້ນຢູ່ໜອງຄາຍໃນທ້າຍອາທິດຜ່ານມານີ້, ຝ່າຍລາວນໍາໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ປະທານຄະນະກຳມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນແຂວງດັ່ງກ່າວ ແລະ ຝ່າຍໄທນຳໂດຍທ່ານ ຣົນນະໄຊ ຈິດວິເສດ ຜູ້ວ່າຣາຊະການຈັງຫວັດໜອງຄາຍ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຈັງຫວັດດັ່ງກ່າວ.
ໃນກອງປະຊຸມ, ສອງຝ່າຍໄດ້ທົບທວນໝາກຜົນການຮ່ວມມືໃນໜຶ່ງປີຜ່ານມາ ແລະ ໄດ້ຕົກລົງເປັນເອກະພາບຄື: ສຶບຕໍ່ຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ໂດຍສະເພາະບັນຫາການເຂົ້າ-ອອກເມືອງຜິດກົດໝາຍ, ປາບປາມ ແລະ ສະກັດກັ້ນການກໍ່ອາຊະຍະກຳ, ການໂຈລະກຳ, ການລັກລອບນຳເຂົ້າພາຫະນະ, ການຄ້າອາວຸດເສິກ, ວັດຖຸບູຮານມີຄ່າ, ຄ້າ-ຂາຍສັດປ່າ, ຊັບພະຍາກອນທຳມະຊາດຂ້າມຊາຍແດນ ຕາມເນື້ອໃນບົດບັນທຶກກອງປະຊຸມຊາຍແດນລາວ-ໄທ ຄັ້ງທີ 10 ລະຫວ່າງວັນທີ 26-28 ກັນຍາ 2017 ທີ່ນະຄອນຫລວງວຽງຈັນ ແລະ ບົດບັນທຶກກອງປະຊຸມຊາຍແດນທົ່ວໄປລາວ-ໄທຄັ້ງທີ 21 ປີ 2018 ທີ່ແຂວງຈຳປະສັກ.
ສອງຝ່າຍໄດ້ເຫັນດີຮ່ວມມືອຳນວຍຄວາມສະດວກ ແລະ ຄວາມປອດໄພ ສອດຄ່ອງຕາມລະບຽບກົດໝາຍຂອງແຕ່ລະປະເທດໃນການເຂົ້າ-ອອກເມືອງ ຢູ່ດ່ານປະເພນີບ້ານທວາຍເມືອງທ່າພະບາດກັບຈຸດຜ່ອນປົນບ້ານເປັງຈານ ອຳເພີລັດຕະນະວາປີ, ການປ້ອງກັນ ແລະ ສະກັດກັ້ນບັນຫາຢາເສບຕິດ, ການຄຸ້ມຄອງການດຳເນີນກິດຈະກຳຕ່າງໆຕາມລຳນ້ຳຂອງ ເປັນຕົ້ນ ແມ່ນການກຳນົດມາດຖານດ້ານເຕັກນິກການກໍ່ສ້າງຕະຝັ່ງກັນເຈື່ອນ, ການດູດແຮ່-ຫີນຊາຍຕາມລຳແມ່ນ້ຳຂອງ, ຮ່ວມມືສົ່ງເສີມວຽກງານດ້ານຕ່າງໆ ແລະ ການແລກປ່ຽນວັດທະນະທຳປະເພນີໂດຍສະເພາະວຽກງານກະສິກຳ, ການສຶກສາ-ກິລາ, ສາທາລະນະສຸກ, ຄົມມະນາຄົມຂົນສົ່ງ, ທຸລະກິດການຄ້າ-ການລົງທຶນ, ວັດທະນະທຳ ແລະ ການທ່ອງທ່ຽວ, ການສົ່ງເສີມການຮ່ວມມືດ້ານແຮງງານ ແລະ ການຮ່ວມມືທາງດ້ານການຕໍ່ຕ້ານ ການຄ້າມະນຸດໃຫ້ມີປະສິດທິຜົນ.