ກະຊວງສາທາຫາລືແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງ
ໃນວັນທີ 10-14 ກັນຍານີ້, ກະຊວງສາທາລະນະສຸກໄດ້ຈັດກອງປະຊຸມຫາລືເພື່ອສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງ, ໂດຍການເປັນປະທານຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ເພື່ອກໍານົດເປົ້າໝາຍພະນັກງານເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງຂອງກະຊວງດັ່ງກ່າວໃຫ້ມີຄຸນນະພາບຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່ ກໍຄືແຜນພັດທະນາຂອງກະຊວງສາທາລະນະສຸກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ, ທັງເປັນການຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງຂອງຂະແໜງການໃນສະເພາະໜ້າ ແລະ ຍາວນານ. ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 032/ກມສພ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ບົດແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 292/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ.