ເປີດກອງປະຊຸມເວທີປາໄສເສດຖະກິດ ກ່ຽວກັບອາຊຽນ 2018 ທີ່ຮ່າໂນ້ຍ
ວັນທີ 12 ກັນຍານີ້, ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ 2018 (WEF ASEAN) ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໂດຍການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານສ້າງຕັ້ງ WEF ພ້ອມດ້ວຍການນຳຂັ້ນສູງບັນດາປະເທດອາຊຽນ ແລະ ພາກພື້ນ, ການນຳບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ.
ທ່ານ Klaus Schwab ປະທານຜູ້ສ້າງຕັ້ງ WEF ໄດ້ເນັ້ນເຖິງສະພາບປັດຈຸບັນ ແລະ ອະນາຄົດຂອງອາຊຽນໃນສະພາບການລວມກ່ຽວກັບການປະຕິວັດອຸດສາຫະກຳ 4.0. ທ່ານເຊື່ອໝັ້ນວ່າ: ອາຊຽນຈະຜ່ານຜ່າສິ່ງທ້າທາຍໃນການປະຕິວັດອຸດສາຫະກຳ 4.0 ນີ້.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ກ່າວເຖິງກາລະໂອກາດ ແລະ ສິ່ງທ້າທາຍ ເຊິ່ງອາຊຽນພວມຜະເຊີນໃນການປະຕິວັດອຸດສາຫະກຳ 4.0 ບົນພື້ນຖານນັ້ນ, ທ່ານໄດ້ສະເໜີບາງຂໍ້ບູລິມະສິດລະອຽດໃຫ້ອາຊຽນໃນໄລຍະຈະມາເຖິງ. ພິເສດ ທ່ານໄດ້ເນັ້ນເຖິງບູລິມະສິດພັດທະນາການສຶກສາ, ການກໍ່ສ້າງຄວາມເກັ່ງກ້າສາມາດ.
ທ່ານ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ: ດ້ວຍປະຊາກອນຈຳນວນຫລາຍ ແລະ ຍັງໜຸ່ມແໜ້ນ, ເສດຖະກິດພາກພື້ນພວມພັດທະນາຂະຫຍັນຂັບເຄື່ອນ, ອາຊຽນພ້ອມແລ້ວທີ່ຈະມຸ່ງໄປສູ່ພາຍນອກ, ອາຊຽນຈະຮ່ວມແຮງຮ່ວມໃຈເພື່ອພັດທະນາ, ຖືປະຊາຊົນເປັນໃຈກາງ, ອາຊຽນໄດ້ຢືນຢັນບົດບາດເປັນໃຈກາງໃນພາກພື້ນໃນສະພາບການປະຕິວັດອຸດສາຫະກຳ 4.0 ກຳລັງແຜ່ຂະຫຍາຍ. ທ່ານໄດ້ຕີລາຄາສູງບົດບາດຕັ້ງໜ້າຂອງ WEF ໃນວິວັດການຮ່ວມເດີນທາງພ້ອມກັບອາຊຽນ.