ລະວັງພະຍາດຫລັງນ້ຳຖ້ວມ
ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ມາຮອດປັດຈຸ ບັນເຖິງວ່າຫລາຍເຂດຍັງຈົມ ຢູ່ກັບນ້ຳ, ແຕ່ບາງເຂດຢູ່ທາງ ພາກໃຕ້ກໍຄ່ອຍໆບົກແຫ້ງລົງ ແລ້ວ ແລະ ໄປກັບຄວາມດີ ໃຈດັ່ງກ່າວພວກເຮົາຢາລືມ ສະຕິປ້ອງກັນ ແລະ ສະກັດ ກັ້ນພະຍາດທີ່ຈະເກີດຂຶ້ນ, ຫລັງນ້ຳຖ້ວມດັ່ງໂລກອະທິວາ, ຖອກທ້ອງ, ຕາແດງ, ເປັນຕຸ່ມເປືອຍຄັນຄາຍ ແລະ ໄຂ້ຫວັດ, ໄຂຍຸງຕ່າງໆ, ນີ້ ກໍຍ້ອນວ່າໃນໄລຍະນ້ຳຖ້ວມ ມີຫລາຍອັນສົ່ງຜົນກະທົບບໍ່ ດີຕໍ່ສະພາບແວດລ້ອມ ແລະ ມົນລະພິດ, ອາດແມ່ນຊາກ ສັດຕາຍ, ສິ່ງເປື້ອນເປີະໄຫລ ມານຳນ້ຳ ແລະ ອື່ນໆ.
ແຕ່ເພື່ອສະກັດກັ້ນສິ່ງນີ້, ນອກຈາກກະໂຕຜູ້ຢູ່ໃນເຂດ ປະສົບໄພຕ້ອງເອົາໃຈໃສ່ ວຽກງານສຸຂະອະນາໄມ, ກິນຢູ່, ນຸ່ງຫົ່ມໃຫ້ສະອາດ ແລ້ວຄວນຫລີກເວັ້ນການບໍ ລິໂພກອາຫານທີ່ບໍ່ປອດ ໄພ, ຫຸງຕົ້ມບໍ່ດີ, ອາຫານ ສຸກໆດິບໆ, ຫລື ດື່ມນ້ຳທີ່ບໍ່ ສະອາດ, ພ້ອມນັ້ນກໍແມ່ນ ເບື້ອງມະຫາພາກຂະແໜງ ສາທາລະນາສຸກຕ້ອງໄດ້ ໃສ່ໃຈໃນການຊ່ວຍເຫລືອ ກວດກາເບິ່ງແຍງສຸຂະ ພາບຂອງປະຊາຊົນໃນເຂດ ປະສົບໄພ, ຖ້າເຫັນມີປະກົດ ການບໍ່ດີກໍຕ້ອງຮີບຮ້ອນສຸມ ໃສ່ສະກັດກັ້ນພ້ອມຝົ່ນຢາ ຂ້າເຊື້ອໃນເຂດນັ້ນໃຫ້ຮັບ ປະກັນ, ຜູ້ເຮັດວຽກງານອາ ຫານ ແລະ ຢາກໍຈະຕ້ອງ ໄດ້ອອກແຮງລົງກວດກາ ແນະນຳໃຫ້ປະຊາຊົນຮູ້ບໍລິ ໂພກ ແລະ ຮູ້ເກັບມ້ຽນອາ ຫານໃຫ້ປອດໄພ, ນັບທັງ ຂອດຖ່າຍໜັກຖ່າຍເບົາ ໃນ ເຂດພັກເຊົາຊົ່ວຄາວກໍຕ້ອງ ໃຫ້ຖືກຫລັກອະນາໄມ, ດີທີ່ ສຸດຢູ່ແຕ່ລະຈຸດໃນເຂດປະ ສົບໄພຕ້ອງມີພະນັກງານ ແພດໝໍລົງໄປປະຈຳໃຫ້ທົ່ວ ເຖິງເພື່ອເຮັດວຽກສາທາລະ ນະສຸກໃນເຂດນັ້ນໃຫ້ດີທີ່ ສຸດຫາກພວກເຮົາເຮັດໄດ້ ແນວນີ້ກໍຈະຊ່ວຍສະກັດກັ້ນ ການລະບາດຂອງພະຍາດ ຫລັງນ້ຳຖ້ວມໄດ້ຢ່າງມີປະ ສິດທິຜົນ./.
+ ພະຍາດຍ່ຽວໜູອັນຕະລາຍທີ່ມາກັບຍາມຝົນ ແລະ ນຳ້ຖ້ວມ