ຈັບຜູ້ຕ້ອງສົງໄສຍິງເຈົ້າໜ້າທີ່ເສຍຊີວິດຢູ່ແຂວງອຸດົມໄຊໄດ້ແລ້ວ
May 7, 2017 - 4:25 PM




ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ເປີດເຜີຍວ່າ: ຜູ້ເສຍຊີວິດຊື່: ທ້າວ ວິໄຊ ເຮີ ເປັນພະນັກງານຕຳຫລວດ, ຊັ້ນພັນຕີ, ສັງກັດຢູ່ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງ ຮາກຖານ, ກອງບັນຊາການ ປກສ ແຂວງອຸດົມໄຊ, ຜ່ານການຕິດຕາມລົດເປົ້າໝາຍສົງໄສ ມາຮອດ 2:00 ໂມງຂອງວັນຕໍ່ມາ, ເຈົ້າ ໜ້າທີ່ກໍພົບເຫັນລົດກະບະສົງໄສດັ່ງກ່າວ ຢູ່ບ້ານວັງໄຮ, ເມືອງໄຊ, ແຂວງອຸດົມໄຊ, ຈຶ່ງນຳກຳລັງເຂົ້າກວດຄົ້ນ ແລະ ພົບເຫັນກະສູນລູກປືນຊະນິດປືນຍາວຈຳນວນ 1 ລູກຢູ່ເບື້ອງ ຄົນຂັບ ແລະ ໄດ້ກັກຕົວເຈົ້າຂອງລົດ ຊື່ທ້າວ ຄຳຫລ້າ ອາຍຸ 42 ປີໄວ້, ຊຶ່ງປັດຈຸບັນເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນຜູ້ຕ້ອງສົງໄສດັ່ງກ່າວ ເພື່ອຄວາມກະຈ່າງແຈ້ງຕໍ່ການດຳເນີນຄະດີຄາດຕະກຳຮ້າຍແຮງນີ້.