ແມນຢູ ວາງເປົ້າຄວ້ານັກເຕະກອງກາງຄົນໃໝ່ ດ້ວຍລາຄາ 150 ລ້ານຢູໂຣ
September 13, 2018 - 4:56 PM
ສະໂມສອນ ແມນເຊັສເຕີ ຢູໄນເຕັດ ກຽມວາງເປົ້າໝາຍຄວ້າ ຊາອູ ນິເກດ ນັກເຕະກອງກາງຈາກທີມຊາດແອັດສະປາຍ ທີ່ຢູ່ຕົ້ນສັງກັດສະໂມສອນ ແອັດເລຕິໂກ ມາດຣິກ ມາເປັນຕົວແທນ ພໍ ປ໋ອກບາ.
ໂດຍເປັນທີ່ຮູ້ກັນວ່າ: ພໍ ປ໋ອກບາ ມີຄວາມສໍາພັນທີ່ບໍ່ຄອຍດີກັບຜູ້ຈັດການທີມ ຈົນເຮັດໃຫ້ມີຂ່າວການຍ້າຍທີມໄປ ບາເຊໂລນາ ເຊິ່ງຫລ້າສຸດ ໜັງສືພິມຊື່ດັງຂອງແອັດສະປາຍ ໄດ້ອອກຂ່າວວ່າ: ສະໂມສອນ ແມນເຊັສເຕີ ຢູໄນເຕັດ ເລີ່ມຊອກຫານັກເຕະທີ່ຈະເຂົ້າມາແທນ ພໍ ປ໋ອກບາ ແລ້ວ ແລະ 1 ໃນນັກເຕະທີ່ຢູ່ໃນລາຍຊື່ເສີມທັບຂອງສະໂມສອນ ນັ້ນກໍຄື ນິເກດ ທີ່ສາມາດຍິງປະຕູໃຫ້ແກ່ທີມຊາດແອັດສະປາຍ ຊະນະ ໂຄເອເຊຍ 6-0 ໃນການແຂ່ງຂັນ ຢູຟາ ເນຊັນລີກ ນັດຫລ່າສຸດ ໂດຍຄ່າຕົວ 150 ລ້ານຢູໂຣ.