U16 ລາວ ລົງສະໜາມມື້ນີ້ພົບເຈົ້າພາບ


ນັກກິລາທີມຊາດລາວ ລຸ້ນອາຍຸບໍ່ເກີນ 16 ປີ ຫລື U16 ຍິງ ລົງສະໜາມຄັ້ງທີ 2 ພົບກັບ ມົງໂກລີ (ເຈົ້າພາບ) ໃນວັນທີ 19 ກັນຍາ 2018 ຂອງການແຂ່ງຂັນບານເຕະຍິງຊີງແຊ້ມອາຊີ ລຸ້ນອາຍຸບໍ່ເກີນ 16 ປີ ຮອບຄັດເລືອກ 2019 AFC U-16 WOMEN’S CHAMPIONSHIP 2019 ທີ່ປະເທດມົງໂກລີ ໃນລະຫວ່າງວັນທີ 15-23 ກັນຍາ 2018.
ທ່ານ ນາງ ແກ້ວຕາ ພົງອຸດົມ ຜູ້ຊ່ວຍຄູຝຶກທີມຊາດລາວ U16 ຍິງ ໃຫ້ສໍາພາດກ່ອນການລົງສະໜາມພົບກັບເຈົ້າພາບວ່າ: ການລົງສະໜາມຄັ້ງທີ 2 ນີ້ ຖືວ່າມີຄວາມກົດດັນພໍສົມຄວນ ເພາະວ່າເຈົ້າພາບໄດ້ກຽມຕົວມາດີ ອີກຢ່າງເຈົ້າພາບກໍຄຸ້ນເຄີຍກັບສະພາບອາກາດທີ່ໜາວເຢັນ. ດັ່ງນັ້ນ, ຈຶ່ງເຮັດໃຫ້ພວກເຂົາມີຄວາມໄດ້ປຽບ. ແນວໃດກໍຕາມການລົງສະໜາມຄັ້ງນີ້ ຕົນເອງກໍເຊື່ອວ່ານັກກິລາຂອງຕົນຈະເຮັດໄດ້ດີຄືຄັ້ງຜ່ານມາ ເພື່ອເກັບຄະແນນຜ່ານເຂົ້າຮອບໃຫ້ໄດ້.
ສໍາລັບຜົນການລົງສະໜາມຄັ້ງທີ 1 ຂອງທີມຊາດລາວ ສາມາດເອົາຊະນະ ປາກິດສະຖານ 3-0; ສ່ວນເຈົ້າພາບ ມົງໂກລີ ເສຍໃຫ້ ຮົງກົງ 1-2. ສ່ວນຕາຕະລາງການແຂ່ງຂັນຂອງທີມຊາດລາວ ວັນທີ 19 ກັນຍາ ເວລາ 17:00 ໂມງ ພົບກັບ ມົງໂກລີ, ວັນທີ 21 ກັນຍາ ເວລາ 13:00 ໂມງ ພົບ ຮົງກົງ, ວັນທີ 23 ກັນຍາ ເວລາ 17:00 ໂມງ ພົບ ອິນເດຍ.