ຜູ້ນຳ ສ.ເກົາຫລີ ຢ້ຽມຢາມ ສປປ ເກົາຫລີ ຢ່າງເປັນທາງການ
ປະທານາທິບໍດີ ມຸນ ແຈອິນ ສ້າງປະຫວັດສາດເປັນຜູ້ນຳ ສ.ເກົາຫລີ ຄົນທີ 3 ເຊິ່ງຢ້ຽມຢາມນະຄອນຫລວງພຽງຢາງຢ່າງເປັນທາງການ ໂດຍຈະພົບປະຫາລືກັບທ່ານ ກິມ ຈ໋ອງອຸນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ເພື່ອການພັດທະນາການພົວພັນຂ້າມຊາຍແດນ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ມຸນ ແຈອິນ ແລະ ທ່ານນາງ ກິມ ຈອງຊຸກ ພັນລະຍາ ເດີນທາງດ້ວຍຖ້ຽວບິນພິເສດຂອງລັດຖະບານ ສ.ເກົາຫລີ ພ້ອມຄະນະອີກປະມານ 110 ທ່ານ ເຖິງສະໜາມບິນສາກົນພຽງຢາງ ໃນຕອນເຊົ້າວັນທີ 18 ກັນຍາ ຕາມເວລາທ້ອງຖິ່ນ ໂດຍມີທ່ານ ກິມ ຈ໋ອງອຸນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ແລະ ທ່ານນາງ ຣີ ຊໍຈູ ພັນລະຍາ ໃຫ້ການຕ້ອນຮັບ ເຊິ່ງຜູ້ນຳຂອງ ສປປ ເກົາຫລີ ນຳພາປະທານາທິບໍດີ ສ.ເກົາຫລີ ກວດແຖວກອງທະຫານກຽດຕິຍົດ ແລະ ທັກທາຍຕົວແທນປະຊາຊົນຈຳນວນຫລາຍທີ່ລໍຖ້າຕ້ອນຮັບ.
ທັງນີ້, ທ່ານ ມຸນ ແຈອິນ ຈະຢ້ຽມຢາມ ສປປ ເກົາຫລີ ຈົນເຖິງວັນທີ 20 ກັນຍາ ເພື່ອຮ່ວມກອງປະຊຸມສຸດຍອດລະດັບຜູ້ນຳສອງເກົາຫລີ ເຊິ່ງຈັດຂຶ້ນທີ່ນະຄອນຫລວງພຽງຢາງເປັນຄັ້ງທີ 3 ໂດຍການຢ້ຽມຢາມ ສປປ ເກົາຫລີ ຂອງຜູ້ນຳ ສ.ເກົາຫລີ 2 ຄັ້ງກ່ອນໜ້ານັ້ນ ເກີດຂຶ້ນໃນປີ 2000 ແລະ 2007 ໃນສະໄໝຂອງປະທານາທິບໍດີ ກິມ ແດຈຸງ ແລະ ປະທານາທິບໍດີ ໂນ ມູຢອນ ພົບປະຫາລືກັບທ່ານ ກິມ ຈ໋ອງອິນ ຜູ້ນຳສູງສຸດໃນເວລານັ້ນ. ນອກຈາກນີ້ ການພົບກັນລະຫວ່າງທ່ານ ມຸນ ແຈອິນ ກັບທ່ານ ກິມ ຈ໋ອງອຸນ ໃນຄັ້ງນີ້ ຖືເປັນຄັ້ງທີ 3 ຕໍ່ຈາກກອງປະຊຸມໃນວັນທີ 27 ເມສາ ແລະ 27 ພຶດສະພາຜ່ານມາ, ແຕ່ກອງປະຊຸມທັງສອງຄັ້ງນີ້ເປັນການພົບປະຫາລືກັນຢູ່ປານມຸນຈອມ ເຂດປອດທະຫານ.
South Korean President Moon Jae-in arrived at the Pyongyang International Airport for his third summit with top leader of the Democratic People's Republic of Korea (DPRK) Kim Jong Un pic.twitter.com/zP7vgGZVZB
— China Xinhua News (@XHNews) September 18, 2018
ສຳລັບກຳນົດການຢ້ຽມຢາມຂອງທ່ານ ມຸນ ແຈອິນ ນັ້ນ ມີການເປີດເຜີຍໃນເບື້ອງຕົ້ນວ່າ: ຈະມີການພົບປະຫາລືຢ່າງໜ້ອຍ 2 ຄັ້ງກັບທ່ານ ກິມ ຈ໋ອງອຸນ ແລະ ຈະມີການຖະແຫລງຮ່ວມກັນໃນວັນທີ 19 ກັນຍາ. ຂະນະທີ່ ເປົ້າໝາຍສຳຄັນຂອງ ສ.ເກົາຫລີ ໃນກອງປະຊຸມຄັ້ງນີ້ ຄືການຂະຫຍາຍຂອບເຂດ ແລະ ຍົກລະດັບການຮ່ວມມືຂ້າມຊາຍແດນກັບ ສປປ ເກົາຫລີ, ການຫາລືຕໍ່ເນື່ອງຈາກປະລິນຍາປານມຸນຈອມ ໂດຍສະເພາະບັນຫາສົນທິສັນຍາສັນຕິພາບ “ສະບັບຖາວອນ”, ຢຸດສົງຄາມເກົາຫລີທີ່ຍືດເຍື້ອມາກວ່າ 6 ທົດສະວັດ ແລະ ການເປັນ “ສື່ກາງ” ລະຫວ່າງລັດຖະບານພຽງຢາງກັບອາເມລິກາ ເພື່ອນຳໄປສູ່ກອງປະຊຸມຄັ້ງທີ 2 ລະຫວ່າງທ່ານ ກິມ ຈ໋ອງອຸນ ກັບປະທານາທິບໍດີ ໂດນັລ ທຣຳ ເພື່ອຕໍ່ຍອດຈາກການພົບປະກັນເທື່ອທຳອິດທີ່ສິງກະໂປ ໃນວັນທີ 12 ມິຖຸນາ.