ເຈົ້າແຂວງຊຽງຂວາງຊີ້ແຈງເຫດຜົນເລື່ອນ ຈັດງານກິລາແຫ່ງຊາດຄັ້ງນີ້ໄປຮອດທ້າຍປີ 2019

- 42200180 900347183502396 8345915294933319680 n - ເຈົ້າແຂວງຊຽງຂວາງຊີ້ແຈງເຫດຜົນເລື່ອນ ຈັດງານກິລາແຫ່ງຊາດຄັ້ງນີ້ໄປຮອດທ້າຍປີ 2019
- kitchen vibe - ເຈົ້າແຂວງຊຽງຂວາງຊີ້ແຈງເຫດຜົນເລື່ອນ ຈັດງານກິລາແຫ່ງຊາດຄັ້ງນີ້ໄປຮອດທ້າຍປີ 2019

- 1f64e920 b360 4b7c a11d 10573bff7f5c - ເຈົ້າແຂວງຊຽງຂວາງຊີ້ແຈງເຫດຜົນເລື່ອນ ຈັດງານກິລາແຫ່ງຊາດຄັ້ງນີ້ໄປຮອດທ້າຍປີ 2019

ພາຍຫລັງລັດຖະບານໄດ້ອອກແຈ້ງການເລື່ອນການຈັດງານມະຫາກໍາກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງຈະເປັນເຈົ້າພາບໃນລະຫວ່າງວັນທີ 11-21 ພະຈິກ 2018 ອອກໄປເປັນທ້າຍປີ 2019 ນັ້ນ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງເມື່ອບໍ່ດົນມານີ້, ທ່ານເຈົ້າແຂວງຊຽງຂວາງ ບຸນຕົ້ນ ຈັນທະພອນ ໄດ້ຊີ້ແຈງ

ວ່າ: ມາຮອດປັດຈຸບັນ, ການກະກຽມເປັນເຈົ້າພາບມະຫາກໍາກິລາແຫ່ງຊາດທີ່ແຂວງຊຽງຂວາງເປັນເຈົ້າພາບໃນທ້າຍປີນີ້ແມ່ນມີຄວາມພ້ອມເຕັມຮ້ອຍ ເປັນຕົ້ນ: ສະໜາມເປີດ-ປິດການແຂ່ງຂັນ, ບ່ອນພັກນັກກິລາ, ສະໜາມແຂ່ງຂັນກິລາປະເພດຕ່າງໆ, ລວມເຖິງພື້ນຖານໂຄງລ່າງ ແລະ ການບໍລິການຕ່າງໆ ເພື່ອຕ້ອນຮັບນັກກິລາຈາກທ້ອງຖິ່ນຕ່າງໆໃນທົ່ວປະເທດ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ຈະມາທ່ຽວແຂວງຊຽງຂວາງໃນໄລຍະດັ່ງກ່າວ. ແຕ່ເຫດຜົນຕົ້ນຕໍແມ່ນວ່າຫລາຍແຂວງໃນທົ່ວປະເທດປະສົບກັບໄພພິບັດນໍ້າຖ້ວມຢ່າງຮ້າຍແຮງ, ອັນໄດ້ສ້າງຄວາມສູນເສຍຊີວິດ ແລະ ຊັບສິນເປັນຈຳນວນຫລວງຫລາຍ, ໂດຍສະເພາະຢູ່ເມືອງສະໜາມໄຊແຂວງອັດຕະປື, ເຮັດໃຫ້ປະຊາຊົນບັນດາເຜົ່າທົ່ວປະເທດຕ້ອງຕົກຢູ່ໃນຄວາມໂສກເສົ້າ, ບວກກັບຫລາຍແຂວງກໍຂາດງົບປະມານໃນການກະກຽມນັກກິລາ, ເຖິງວ່າຈະສາມາດສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນໄດ້ແຕ່ກໍຈະບໍ່ເຕັມເມັດເຕັມໜ່ວຍໃນການແຂ່ງຂັນ. ແນວໃດກໍຕາມ, ການເລື່ອນຈັດງານມະຫາກຳກິລາແຫ່ງຊາດຄັ້ງນີ້ ອອກໄປ ແມ່ນການຕັດສິນໃຈທີ່ຖືກຕ້ອງ ແລະ ສອດຄ່ອງກັບຄວາມເປັນຈິງຂອງລັດຖະບານ ແລະ ອົງການປົກຄອງແຂວງທຸກຂັ້ນ, ພ້ອມດ້ວຍປະຊາຊົນຊາວແຂວງຊຽງຂວາງໄດ້ເຫັນດີນຳ, ພ້ອມທັງຈະສືບຕໍ່ປັບປຸງພື້ນຖານໂຄງລ່າງ ແລະ ຄວາມພ້ອມດ້ານຕ່າງໆໃຫ້ດີຂຶ້ນ ເພື່ອກະກຽມຈັດງານກິລາຄັ້ງນີ້ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍວາງໄວ້ໃນທ້າຍປີ 2019 ທີ່ຈະເຖິງນີ້.

- 5 - ເຈົ້າແຂວງຊຽງຂວາງຊີ້ແຈງເຫດຜົນເລື່ອນ ຈັດງານກິລາແຫ່ງຊາດຄັ້ງນີ້ໄປຮອດທ້າຍປີ 2019
- 4 - ເຈົ້າແຂວງຊຽງຂວາງຊີ້ແຈງເຫດຜົນເລື່ອນ ຈັດງານກິລາແຫ່ງຊາດຄັ້ງນີ້ໄປຮອດທ້າຍປີ 2019
- 3 - ເຈົ້າແຂວງຊຽງຂວາງຊີ້ແຈງເຫດຜົນເລື່ອນ ຈັດງານກິລາແຫ່ງຊາດຄັ້ງນີ້ໄປຮອດທ້າຍປີ 2019