ແຮງງານລາວ ເຖິງຄາວຍົກລະດັບ!

- Untitled design - ແຮງງານລາວ ເຖິງຄາວຍົກລະດັບ!

ຄຳວ່າ “ຂາດທັກສະ” ຫຼື “ບໍ່ມີທັກສະຫຍັງເລີຍ” ຮວມທັງ “ການອ່ານບໍ່ອອກ ຂຽນບໍ່ໄດ້ ຫຼື ກືກໜັງສື” ຍັງເປັນອຸປະສັກ ໜັກໜ້າ ຂອງແຮງງານລາວ, ແລ້ວເຮົາຄວນແກ້ບັນຫານີ້ໄດ້ແນວໃດ?

ໃນຈຳນວນປະຊາກອນຂອງລາວປັດຈຸບັນເກືອບ 7 ລ້ານຄົນ ແລະຄາດວ່າຈະເພີ່ມຂຶ້ນຮອດ 8 ລ້ານຄົນ ໃນປີ 2030 ນັ້ນ ໄວອາຍຸທີ່ເຮັດວຽກແມ່ນມີເຖິງ 4,4 ລ້ານຄົນ ໃນນັ້ນ ຂະແໜງການທີ່ປະຊາຊົນເຮົາປະກອບ ອາຊີບຫຼາຍກວ່າໝູ່ຍັງແມ່ນ ກະສິກຳ ທີ່ກວມເອົາ 2,3 ລ້ານຄົນ.

ເມື່ອເບິ່ງແລ້ວເສດຖະກິດລາວຂະຫຍາຍຕົວໃນຫຼາຍປີຜ່ານມາ ສະເລ່ຍການເຕີບໂຕ ເກືອບ 8% ໃນນັ້ນ ຂະແໜງ ຊັບພະຍາກອນທຳມະຊາດ ເປັນຫົວຈັກ ຂັບເຄື່ອນເສດຖະກິດເປັນຕົ້ນຕໍ ເຊິ່ງຂະແໜງດັ່ງກ່າວແມ່ນ ມີການຫຼັ່ງໄຫຼ ຂອງທຶນຮອນຢ່າງມະຫາສານ ແຕ່ສ້າງວຽກເຮັດງານທຳບໍ່ຫຼາຍພໍເທົ່າໃດ. ໃນຂະນະທີ່ຂະແໜງ ການຜະລິດ ແລະການບໍລິການ ໄດ້ມີບົດບາດສຳຄັນຂອງຊາດ ແຕ່ກະສິກຳຍັງເປັນກະດູກສັນຫຼັງຂອງເສດຖະກິດ ເພາະປະຊາກອນຈຳນວນຫຼາຍຍັງເພິ່ງພາຂະແໜງນີ້ ແຕ່ຍັງມີສະມັດຕະພາບການຜະລິດທີ່ຍັງຕໍ່າ.

ການສຶກສາໃນລາວແມ່ນຍັງມີຄຸນນະພາບຕໍ່າຫຼາຍ ນັບແຕ່ລະດັບປະຖົມ, ຍັງມີນັກຮຽນຈຳນວນຫຼາຍສົມຄວນ ທີ່ຈົບປະຖົມແລ້ວ ບໍ່ສາມາດອ່ານ ແລະຂຽນໄດ້ຢ່າງຄ່ອງແຄ່ວ, ເພາະສະນັ້ນ ຈຶ່ງບໍ່ແປກວ່າ ລະດັບການຮູ້ໜັງສື ຂອງປະເທດເຮົາຍັງຕໍ່າ ຖ້າທຽບໃສ່ປະເທດໃກ້ຄຽງ ຄື 85% (ຂໍ້ມູນຈາກການສຳຫຼວດຄົວເຮືອນ ແລະທີ່ຢູ່ອາໄສ ປີ 2015).

ຈາກ “ບົດລາຍງານ ການວິເຄາະຕະຫຼາດແຮງງານ ຂອງອົງການຮ່ວມມືເຢຍລະມັນ ປີ 2018” ໃຫ້ຮູ້ວ່າ “ການຂາດແຄນແຮງງານ ແມ່ນໜຶ່ງໃນສິ່ງກີດຂວາງຕົ້ນຕໍ ຂອງການພັດທະນາ ໃນພາກເອກະຊົນຂອງລາວ. ການຂາດແຄນແຮງງານນີ້ ແມ່ນກ່ຽວຂ້ອງກັບ ການຂາດທັກສະ ແລະຮ້າຍແຮງໄປກວ່ານັ້ນ ແມ່ນບໍ່ມີທັກສະເລີຍ ເຊິ່ງກໍມີຫຼາຍເຫດຜົນ ຮວມມີ ຄຸນນະພາບການສຶກສາ ວິທະຍາໄລ ແລະໂຮງຮຽນວິຊາຊີບ ພາກລັດນັ້ນຍັງຕໍ່າ, ເຮັດວຽກມີປະສິດຜົນຕໍ່າ, ຄ່າແຮງງານກໍຕໍ່າ ເຮັດໃຫ້ມີແຮງງານເຄື່ອນຍ້າຍໄປປະເທດໃກ້ຄຽງ ທີ່ມີຄ່າຈ້າງສູງກວ່າ”.

ເພາະສະນັ້ນ, ບັນດາບໍລິສັດທີ່ມາລົງທຶນຢູ່ລາວ ແມ່ນພະຍາຍາມແກ້ໄຂການຂາດທັກສະ ຂອງພະນັກງານ ດ້ວຍການຝຶກອົບຮົມໃຫ້ ພະນັກງານພາຍໃນບໍລິສັດເອງ ແຕ່ກໍມີບັນຫາຫຼາຍແນວ ເຊັ່ນວ່າ ມີຄວາມຈຳກັດທາງດ້ານເວລາ, ງົບປະມານ, ເມື່ອຝຶກອົບຮົມໃຫ້ແລ້ວ ຢ້ານພະນັກງານລາອອກ ແລະອື່ນໆ.

- Wave100S AD to Website 2020 0 - ແຮງງານລາວ ເຖິງຄາວຍົກລະດັບ!

ຈາກບົດລາຍງານນີ້ ແລະການຄົ້ນຄວ້າອື່ນໆ ກ່ຽວກັບການສ້າງທັກສະ ສີມືແຮງງານລາວ ໃຫ້ຮູ້ວ່າ “ບັນດາໂຮງຮຽນ ແລະ ວິທະຍາໄລ ສອນວິຊາຊີບ ແມ່ນຍັງບໍ່ທັນມີສາຍພົວພັນທີ່ດີກັບ ບັນດາໂຮງງານຜະລິດ ບໍລິສັດ” ເຊິ່ງອັນນີ້ ແມ່ນມີຊ່ອງວ່າງ ລະຫວ່າງ ຜູ້ສ້າງຄົນ ແລະຜູ້ໃຊ້ຄົນ ຄືກັນກັບວ່າ ຜູ້ໜຶ່ງເຮັດມີດ ຜູ້ໜຶ່ງເຮັດຝັກມີດ ຖ້າສອງຄົນບໍ່ມາແລໃສ່ກັນແລ້ວເຮັດແນວໃດ ມີດຈຶ່ງຈະສາມາດສວມໃສ່ຝັກພໍດີ.

ເຖິງຄາວທີ່ພວກເຮົາຕ້ອງເຮັດຢ່າງຈິງ!  ການນັບເລກ ແລະການອ່ານຢ່າງຄ່ອງແຄ່ວແມ່ນຕ້ອງເລີ່ມແຕ່ ການຮຽນ ຂັ້ນພື້ນຖານ ເຊິ່ງພວກເຮົາບໍ່ຄາດຫວັງວ່າ ລະດັບວິຊາຊີບຈະຊ່ວຍແກ້ບັນຫານີ້ໄດ້. ໜຶ່ງໃນຈຸດປະສົງຂອງ ການສຶກສາ ວິຊາຊີບ ແລະຝຶກອົບຮົມ ຢູ່ໃນຍຸດທະສາດການສຶກສາຂອງ ສປປລາວ ແຕ່ 2016-2020 ໄດ້ລະບຸວ່າ “ຮັບປະກັນໃຫ້ຜູ້ຈົບວິຊາຊີບ ທັງພາກລັດ ແລະເອກະຊົນ ມີທັກສະ ທີ່ຜູ້ຈ້າງງານຍອມຮັບ” ໂດຍ ເພິ່ນກ່າວວ່າ ແຕ່ລະແຂວງ ຈະຕ້ອງສ້າງຢ່າງໜ້ອຍໜຶ່ງສູນ ແລະໂຮງຮຽນ ວິຊາຊີບ, ພ້ອມຮັບປະກັນໃຫ້ ຢ່າງໜ້ອຍ 60% ຂອງນັກຮຽນຈົບຈາກສາຍສາມັນ ສາມາດເຂົ້າເຖິງການສຶກສາວິຊາຊີບ ແລະຝຶກອົບຮົມໃຫ້ໄດ້.

ຈາກຍຸດທະສາດ ແລະແນວທາງດັ່ງກ່າວ, ພວກເຮົາຍັງຕ້ອງຮີບຮ້ອນໃນການບຸກບືນສ້າງຊ່າງສີມື ມີທັກສະ ແລະຄວາມຮູ້ ຄຽງຄູ່ການ ເພີ່ມອັດຕາ ການຮູ້ໜັງສືຂອງຄົນລາວໃຫ້ເພີ່ມຂຶ້ນ ເພື່ອບັນລຸເປົ້າໝາຍ ແລະ ຕອບສະໜອງຕໍ່ການຂະຫຍາຍຕົວເສດຖະກິດ-ສັງຄົມຂອງຊາດ.

- WhatsApp Image 2020 05 27 at 5 - ແຮງງານລາວ ເຖິງຄາວຍົກລະດັບ!
- WhatsApp Image 2020 05 27 at 5 - ແຮງງານລາວ ເຖິງຄາວຍົກລະດັບ!
error: Alert: ເນື້ອຫາຂ່າວມີລິຂະສິດ !!