ລາຄານ້ຳມັນເພີ່ມສູງສຸດໃນຮອບ 4 ປີ ຫລັງໂອເປັກ ບໍ່ຍອມເຮັດຕາມທ່ານ ທຣຳ ໃຫ້ເພີ່ມການຜະລິດ
ລາຄານ້ຳມັນເພີ່ມຂຶ້ນກວ່າ 2% ຢູ່ໃນລະດັບສູງສຸດໃນຮອບ 4 ປີໃນວັນທີ 24 ກັນຍາ ພາຍຫລັງກຸ່ມໂອເປັກບໍ່ປະກາດເພີ່ມການຜະລິດ, ເຖິງວ່າປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ຈະສັ່ງໃຫ້ເພີ່ມປະລິມານການຜະລິດນ້ຳມັນໂລກ.
ລາຄານ້ຳມັນດິບເບຣນເພີ່ມຂຶ້ນສູງສຸດນັບແຕ່ເດືອນພະຈິກ 2015 ມາຢູ່ 80,94 ໂດລາຕໍ່ບາເຣລ ເພີ່ມຂຶ້ນ 2,7% ຫລື 2,14 ໂດລາ ກ່ອນປັບລົງມາຢູ່ 80,65 ໂດລາ ໃນຕອນບ່າຍວັນທີ 24 ກັນຍາ, ສ່ວນນ້ຳມັນດິບອາເມລິກາປັບເພີ່ມ 1,50 ໂດລາ ມາຢູ່ 72,28 ໂດລາ. ກ່ອນໜ້ານີ້ ອາຣັບບີ ຊາອຸດິດ ປະເທດຜູ້ນຳອົງການກຸ່ມປະເທດຜູ້ສົ່ງອອກນ້ຳມັນ (ໂອເປັກ) ແລະ ກຸ່ມນອກໂອເປັກທີ່ນຳໂດຍຣັດເຊຍ ຮ່ວມຫາລືກັນໃນວັນທີ 23 ກັນຍາ ແລະ ຍັງບໍ່ປະກາດເພີ່ມປະລິມານການຜະລິດນ້ຳມັນ ເຊິ່ງເທົ່າກັບເປັນການປະຕິເສດຄຳສັ່ງຂອງປະທານາທິບໍດີ ທຣຳ ເຊິ່ງກ່າວວ່າ: ໂອເປັກຕ້ອງເຮັດໃຫ້ລາຄານ້ຳມັນຖືກລົງດຽວນີ້.