ທະນາຄານຮ່ວມທຸລະກິດລາວ-ຫວຽດ ໝູນມອບໂຊກໃຫ້ລູກຄ້າໃນລາຍການເງິນຝາກ

- lao viet bank - ທະນາຄານຮ່ວມທຸລະກິດລາວ-ຫວຽດ ໝູນມອບໂຊກໃຫ້ລູກຄ້າໃນລາຍການເງິນຝາກ
- kitchen vibe - ທະນາຄານຮ່ວມທຸລະກິດລາວ-ຫວຽດ ໝູນມອບໂຊກໃຫ້ລູກຄ້າໃນລາຍການເງິນຝາກ

ພິທີໝູນລາງວັນມອບໂຊກໃຫ້ລູກຄ້າຄັ້ງທີ 1 ປະຈໍາປີ 2018 ໃນລາຍການເງິນຝາກລຸ້ນຊັບຮັບໂຊກຂອງທະນາຄານຮ່ວມທຸລະກິດລາວ-ຫວຽດ, ໄດ້ຈັດຂຶ້ນໃນວັນທີ 25 ກັນຍານີ້, ຢູ່ທີ່ເຂດພັດທະນາຄົບວົງຈອນໜອງທາ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ໂດຍມີຜູ້ຕາງໜ້າຈາກທະນາຄານແຫ່ງ ສປປ ລາວ, ພະແນກການເງິນ, ອຸດສາຫະກໍາ ແລະ ການຄ້າ, ຍຸຕິທໍາ ແລະ ປກສ ນະຄອນຫລວງວຽງຈັນ, ພ້ອມດ້ວຍລູກຄ້າເຂົ້າຮ່ວມເປັນຈໍານວນຫລາຍ.

ຄະນະຮັບພິຊອບຈັດງານ ໃຫ້ຮູ້ວ່າ: ປີ 2018 ນີ້, ລາຍການເງິນຝາກລຸ້ນຊັບຮັບໂຊກມີຫລາຍກວ່າ 60 ລາງວັນ, ລວມມີມູນຄ່າທັງໝົດ 1 ຕື້ກວ່າກີບ ແລະ ການໝູນລາງວັນແບ່ງອອກເປັນ 3 ຄັ້ງ: ໃນນີ້ລາງວັນໃຫຍ່ກວ່າໝູ່ແມ່ນລົດໂຕໂຍຕາ ອໍນີວ ຟໍຈູນເນີ ມູນຄ່າກວ່າ 400 ລ້ານກີບ, ຮອງລົງມາແມ່ນລົດເກັງ ໂຕໂຍຕາ ອໍນີວ ຢາລີສ ມູນຄ່າ 190 ລ້ານກີບ, ລົດເກັງ ເກຍມໍນິງ ມູນຄ່າກວ່າ 135 ລ້ານກີບ. ລົດຈັກຮອນດາຄລິກ, ລົດຈັກເວບ 110 ໄອ, ໂທລະສັບມືຖື ແລະ ສາຍຄໍຄໍາ. ສໍາລັບການໝູນລາງວັນຄັ້ງທີ 1 ນີ້ ປະກອບ ມີ 3 ລາງວັນ ຄື: ລາງວັນທີ 1 ລົດເກັງ ເກຍ ມໍນິງ, ລາງວັນທີ 2 ໂທລະສັບມືຖືຊໍາຊຸງ 2 ລາງວັນ ແລະ ລາງວັນທີ 3 ສາຍຄໍຄໍານໍ້າໜັກ 2 ສະຫລຶງມີ 6 ລາງວັນ.

- Visit Laos Visit SALANA BOUTIQUE HOTEL - ທະນາຄານຮ່ວມທຸລະກິດລາວ-ຫວຽດ ໝູນມອບໂຊກໃຫ້ລູກຄ້າໃນລາຍການເງິນຝາກ

ໃນຜ່ານມາ, ທະນາຄານຮ່ວມທຸລະກິດລາວ-ຫວຽດ ໄດ້ມີຫລາກຫລາຍຜະລິດຕະພັນລະດົມທຶນທີ່ແທດເໝາະກັບຄວາມຕ້ອງການຂອງປະຊາຊົນ ເຊັ່ນ: ເງິນຝາກປະຈໍາຈ່າຍດອກເບ້ຍເປັນງວດ, ເງິນຝາກປະຈໍາຈ່າຍດອກເລ້ຍລ່ວງໜ້າ, ເງິນຝາກສະສົມເພື່ອອານາຄົດລູກຫລານ, ເງິນຝາກສະສົມເພື່ອບໍານານ ແລະ ເງິນຝາກຊິງລາງວັນ ແລະ ປີນີ້ເປັນປີທີ 6 ທີ່ທະນາຄານລາວຮ່ວມທຸລະກິດລາວ-ຫວຽດ ໄດ້ຈັດລາຍການເງິນຝາກລຸ້ນຊັບຮັບໂຊກ ເພື່ອຄືນກໍາໄລ ໃຫ້ລູກຄ້າ, ປະຊາຊົນ, ຊາວຄ້າຂາຍ ແລະ ຊັ້ນຄົນຕ່າງໆ ເຂົ້າມາຝາກເງິນໃນລາຍການດັ່ງກ່າວນັບມື້ຫລາຍຂຶ້ນ. ສໍາລັບລູກຄ້າທີ່ເຂົ້າຮ່ວມຊິງລາງວັນຄັ້ງທີ 1 ໃນປີນີ້ແມ່ນລູກຄ້າທີ່ເປີດບັນຊີນັບແຕ່ວັນທີ 10 ພຶດສະພາ-15 ກັນຍາ 2018, ໂດຍທະນາຄານສາມາດລະດົມທຶນຈາກລາຍການນີ້ໄດ້ທັງໝົດ 69 ລ້ານໂດລາສະຫະລັດ.

- 3 - ທະນາຄານຮ່ວມທຸລະກິດລາວ-ຫວຽດ ໝູນມອບໂຊກໃຫ້ລູກຄ້າໃນລາຍການເງິນຝາກ
- 4 - ທະນາຄານຮ່ວມທຸລະກິດລາວ-ຫວຽດ ໝູນມອບໂຊກໃຫ້ລູກຄ້າໃນລາຍການເງິນຝາກ
- 5 - ທະນາຄານຮ່ວມທຸລະກິດລາວ-ຫວຽດ ໝູນມອບໂຊກໃຫ້ລູກຄ້າໃນລາຍການເງິນຝາກ