ບໍລິສັດພູເບ້ຍມາຍນິງຊ່ວຍເຫລືອແຂວງອັດຕະປື

- phoubia - ບໍລິສັດພູເບ້ຍມາຍນິງຊ່ວຍເຫລືອແຂວງອັດຕະປື
- kitchen vibe - ບໍລິສັດພູເບ້ຍມາຍນິງຊ່ວຍເຫລືອແຂວງອັດຕະປື

ບໍລິສັດ ພູເບ້ຍມາຍນິງ ຈຳກັດ (PBM) ໄດ້ປະກອບສ່ວນຫລາຍກວ່າ 434 ລ້ານກີບໃຫ້ແຂວງອັດຕະປື ເພື່ອດໍາເນີນວຽກງານຟື້ນຟູຜົນເສຍຫາຍຈາກໄພນໍ້າຖ້ວນ, ຫລັງອ່າງເກັບນໍ້າຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນທ້າຍເດືອນ ກໍລະກົດຜ່ານມາ, ຊຶ່ງພິທີມອບ-ຮັບການຊ່ວຍເຫລືອດັ່ງກ່າວໄດ້ມີຂຶ້ນໃນວັນທີ 18 ກັນຍາຜ່ານມານີ້. ບໍລິສັດໄດ້ມອບເງິນສົດເພີ່ມເຕີມຈໍານວນ 81.827.000 ກີບໃຫ້ຫ້ອງວ່າການແຂວງອັດຕະປື, ຊຶ່ງເງິນຈໍານວນດັ່ງກ່າວແມ່ນການບໍລິຈາກຂອງພະນັກງານບໍລິສັດ, ໂດຍຜ່ານການປະກອບສ່ວນແບບສະໝັກໃຈ ແລະ ກ່ອງບໍລິຈາກປະຈໍາຫ້ອງການ, ເຊິ່ງບໍລິສັດໄດ້ສົມທົບທຶນເທົ່າກັນກັບຈໍານວນເງິນບໍລິຈາກທັງໝົດຂອງພະນັກງານ.

ນອກຈາກຈໍານວນເງິນດັ່ງກ່າວ, ບໍລິສັດສະໜັບສະໜູນຕື່ມອີກ 50.000 ໂດລາສະຫະລັດໃຫ້ໜ່ວຍງານປະສານການຊ່ວຍເຫຼືອປະຈໍາກະຊວງພະລັງງານ ແລະ ບໍ່ແຮ່, ພາຍຫລັງເກີດເຫດໄພພິບັດດັ່ງກ່າວ  ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ກ່າວວ່າ: ເຖີງແມ່ນເຫດການດັ່ງກ່າວຈະບໍ່ສົ່ງຜົນກະທົບທາງກົງຕໍ່ບໍລິສັດກໍຕາມ, ໃນນາມບໍລິສັດ ພະນັກງານທຸກຄົນຮັບຮູ້ໄດ້ເຖີງຄວາມຮ້າຍແຮງຂອງເຫດການ ແລະ ພວກເຮົາຂໍແບ່ງປັນຄວາມທຸກໂສກໃນຊ່ວງເວລານີ້ ແລະ ພະນັກງານທຸກຄົນຂໍສົ່ງແຮງໃຈໄປຍັງຄອບຄົວ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຄັ້ງນີ້ດ້ວຍ.

- Visit Laos Visit SALANA BOUTIQUE HOTEL - ບໍລິສັດພູເບ້ຍມາຍນິງຊ່ວຍເຫລືອແຂວງອັດຕະປື
- 5 - ບໍລິສັດພູເບ້ຍມາຍນິງຊ່ວຍເຫລືອແຂວງອັດຕະປື
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!