ຫົວອົກຄູອາສາ


ໂດຍ: ທິດກ່ຳ
ຍັງອີກພຽງສອງອາທິດ ກໍຈະຮອດ ວັນທີ 7 ເດືອນຕຸລາ ດັ່ງພວກເຮົາຮັບຮູ້ນຳກັນແລ້ວ ວ່າວັນທີ 7 ຕຸລາ ເປັນວັນຄູ ແຫ່ງຊາດ.
ເວົ້າເຖິງໜ້າທີ່ ການງານ ຂອງຄູ-ອາຈານເຮົາແລ້ວ, ມັນ ກໍເປັນພາລະກິດອັນໜຶ່ງທີ່ສຳ ຄັນ ແລະ ໜັກໜ່ວງ ແລະ ທັງ ເປັນພັນທະໜ້າທີ່ອັນຈຳເປັນ ທີ່ຈະຕ້ອງໄດ້ເຮັດເພື່ອຮັບໃຊ້ ປະເທດຊາດ.


+ ສສຊ ເປັນຫວ່ງຄູອາສາເຂດຊົນນະບົດ2017/
+ ຊີວິດ ແລະ ຄວາມຫວັງຂອງຄູອາສາ2017/
ພັນທະໜ້າທີ່ອັນນີ້, ມັນກໍບໍ່ ຕ່າງຫຍັງກັບການເປັນທະຫານກໍຕ້ອງເຮັດວຽກປ້ອງກັນຊາດ, ເປັນຕຳຫລວດກໍມີໜ້າທີ່ປ້ອງ ກັນຄວາມສະຫງົບໃນສັງຄົມ, ເປັນແພດເປັນໝໍກໍຕ້ອງເຮັດ ໜ້າປິ່ນປົວຄົນເຈັບ ຄົນເປັນ ແລະ ເປັນຄູ-ອາຈານກໍຕ້ອງ ໄດ້ ເຮັດໜ້າທີ່ສິດສອນເພື່ອຖ່າຍ ເທຄວາມຮູ້ຄວາມຫລັກໃຫ້ ເຍົາວະຊົນຜູ້ເກີດໃໝ່ໃຫຍ່ລຸນ ໃຫ້ເຂົາກາຍເປັນຊັບພະຍາ ກອນທີ່ດີຂອງຊາດຈາກຮຸ້ນ ນີ້ຕໍ່ໃສ່ຮຸ້ນສືບທອດໄປຕາມ ກົດເກນ ແລະ ການຂະຫຍາຍ ຕົວຂອງສັງຄົມ ແລະ ຂອງປະ ເທດຊາດບ້ານເມືອງ.
ສະນັ້ນ, ຈຶ່ງເວົ້າໄດ້ວ່າພາ ລະກິດຂອງຄູ-ອາຈານ ຫລື ວ່າ ການມີອາຊີບເປັນຄູສຸດທີ່ມີ ຄວາມໝາຍ ແລະ ມີຄວາມ ສຳຄັນ, ທັງມີບຸນຄຸນຕໍ່ບຸກຄົນ, ກຸ່ມຄົນ ແລະ ປະເທດຊາດບ້ານ ເມືອງຢ່າງລົ້ນພົ້ນ, ຄົນເຮົາ ຜູ້ມີຄວາມຫລັກ, ມີວິຊາອາຊີບ ຕິດໂຕ, ຫາຢູ່ຫາກິນ, ໄດ້ເປັນ ພະນັກງານ, ເປັນເຈົ້າເປັນນາຍ ກໍລ້ວນແລ້ວແຕ່ແມ່ນໄດ້ມາ ຈາກຄູເປັນຜູ້ສິດສອນດ້ວຍ ກັນທັງນັ້ນ.
ສຳລັບສົກສຶກສາ 2018-2019 ການເປີດສົກຮຽນໃໝ່ ໃນຕົ້ນເດືອນ ກັນຍາ ມີໂຮງຮຽນ ຫລາຍແຫ່ງກໍເປີດຊ້າບໍ່ທັນໝູ່ ຍ້ອນປະສົບໄພນ້ຳຖ້ວມ. ແຕ່ ແນວໃດກໍຕາມ, ຄິດວ່າຮອດ ວັນທີ 7 ຕຸລານີ້ ທຸກໂຮງຮຽນສາ ມັນໃນທົ່ວປະເທດຄົງຈະໄດ້ ເປີດການຮຽນການສອນ, ບັນ ດາຄູ-ອາຈານທຸກທ່ານ, ທຸກ ສະຫາຍ ກໍຄົງຈະໄດ້ເຮັດໜ້າ ທີ່ຂອງຕົນດ້ວຍຄວາມຈົດຈໍ່, ມີມານະອົດທົນຫ້າວຫັນເປັນ ຢ່າງດີ.
ເມື່ອເວົ້າມາຮອດຈຸດນີ້, ທິດກ່ຳ ຍັງຄິດເຫັນຫົວອົກ ຂອງ ຄູອາສາສະໝັກ, ເປັນ ຫຍັງ ຈຶ່ງວ່າແນວນັ້ນ? ຍ້ອນ ວ່າ ຄູອາສາກໍເປັນຄົນຄືກັນ, ເປັນ ຄູ-ອາຈານຄືກັນ, ເຮັດໜ້າ ທີ່ສິດສອນຄືກັນແຕ່ມັນແຕກ ຕ່າງກັບຄູທີ່ໄດ້ເຂົ້າເປັນລັດ ຖະກອນແລ້ວເຊັ່ນວ່າ: ຄູລັດ ຖະກອນມີເງິນເດືອນກິນຕາມ ຖານະຊັ້ນຕຳແໜ່ງ ແລະ ໜ້າ ທີ່ວິຊາສະເພາະ, ມີນະໂຍບາຍ ອື່ນໆ ຕາມກົດໝາຍລັດຖະກອນ ວາງອອກ.
ແຕ່ຄູອາສາສະໝັກທຸກ ສິ່ງຢ່າງຕ້ອງກຸ້ມຕົນເອງ ທັງໝົດເຊັ່ນ: ບໍ່ມີເງິນເດືອນ, ເງິນນະໂຍບາຍຕ່າງໆ ນັ້ນກໍ ບໍ່ໃຫ້ເວົ້າ, ແຕ່ລະເດືອນຕ້ອງ ອີງໃສ່ພໍ່ແມ່ເປັນຫລັກ, ຊ້ຳບໍ່ ໜຳຄອບຄົວພໍ່ແມ່ຂາດເຂີນ ແດ່ກໍຕ້ອງໄດ້ກຸ້ມຕົນເອງໃນ ການຊອກຢູ່ຫາກິນ.
ໃນໂມງການຕ້ອງໄດ້ເຮັດ ໜ້າທີ່ສິດສອນ, ພໍຮອດໂມງ ເລິກການກໍຕ້ອງເຂົ້າປ່າເກັບ ຜັກຫາໜໍ່, ໄປຕຶກແຫ, ຕຶກກະ ດຸ້ງ, ໄປໃສ່ເບັດ, ໃສ່ມອງພໍໄດ້ ກິນສືບມື້ໝົດເດືອນມາເຫັນ ໝູ່ເຫັນຄູ່, ເພື່ອນມິດສະຫາຍ ຜູ້ເຂົາໄດ້ເປັນລັດຖະກອນພາກັນ ດີໃຈຮັບເງິນເດືອນ, ທັງມ່ວນ, ທັງຊື່ນ, ທັງຕື່ນທັງເຕັ້ນ, ບາງ ຄັ້ງເຂົ້າຮ້ານເຫລົ້າ, ຮ້ານເບຍ ລ້ຽງສະຫລອງການຮັບເງິນ ເດືອນ, ຄູອາສາໄດ້ແຕ່ນັ່ງອ້າ ປາກຕາກແຂ້ວເບິ່ງໝູ່ເບິ່ງຄູ່ ເໝືອນຄົນສິ້ນຫວັງແຕ່ພັດຍັງ ລໍອານາຄົດທີ່ຈະມາເຖິງ.
ເຂົາຍັງຄິດເຫັນນ້ອງ ນ້ອຍນັກຮຽນທີ່ພາກັນນັ່ງສົ່ງ ສາຍຕາດຳໆລໍຄອຍຄູອາສາ ໄປຂຶ້ນຫ້ອງສິດສອນສົ່ງຄວາມ ຮູ້ໃຫ້ເຂົາ, ພາບແຫ່ງຄວາມ ຊົງຈຳ, ຄວາມອົດທົນສູ້ຊົນ ເພື່ອປະເທດຊາດ ເພື່ອແຜ່ນດິນ ມີໃຜແດ່ທີ່ເຫັນຫົວອົກຂອງຄູ ອາສາໃນຍຸກບ້ານເມືອງພວມ ມີການພັດທະນາ.
ຫວ່າງທິດຫລັງມານີ້, ທິດກ່ຳ ມີໂອກາດໄດ້ພົບຄູອາ ສາຄົນໜຶ່ງທີ່ເຂົາເຮັດໜ້າທີ່ ສິດສອນຢູ່ໂຮງຮຽນມັດທະຍົມ ສົມບູນບ້ານໃໝ່ຜາຊ້າງ, ເມືອງ ຄູນຄຳ, ແຂວງຄຳມ່ວນ ເຂົາ ເລົ່າ ເຖິງໜ້າທີ່ການງານ ແລະ ຊີວິດຈິງຂອງລາວສູ່ຟັງວ່າ: ຫລານຮັບຜິດຊອບສອນວິຊາ ປະຫວັດສາດ-ພູມສາດນັບແຕ່ ມ1 ຮອດ ມ7 ເປັນຄູອາສາ ມາໄດ້ 3 ປີແລ້ວ, ຈະອົດທົນ ສູ້ຊົນລໍຄອຍຄວາມຫວັງເປັນ ລັດຖະກອນ.
ແຕ່ເມື່ອຖາມເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ເຂົາ ກໍຕອບແບບທ່າທີອຽງອາຍ ເກິ້ໆ ເຂີນໆ ພ້ອມກັບຮອຍຍິ້ມ ອອກມາວ່າ: ຫລານບໍ່ທັນໄດ້ຮັບ ນະໂຍບາຍຫຍັງ; ແຕ່ລະເດືອນ ໃຫ້ພໍ່ແມ່ມາສົ່ງເຂົ້າ, ສົ່ງເງິນ ໃຫ້, ເດືອນໃດເພິ່ນສະໜອງບໍ່ ທັນກໍຕ້ອງຊອກຢູ່ຫາກິນດ້ວຍ ຕົນເອງຕາມພາສາຊາວ ບ້ານ ໄປຫາຜັກຫັກໜໍ່, ຕຶກກະດຸ້ງ ຕາມວິຖີວິຊີວິດຄືກັນກັບຊາວ ບ້ານເພິ່ນນັ້ນລະ!
ເມື່ອໄດ້ຍິນຄຳເວົ້າ ຂອງຄູ ອາສານຄົນນີ້, ທິດກ່ຳ ກໍຄິດເຫັນ ຊີວິດຂອງຕົນເອງຕອນເລີ່ມ ເຮັດການ ປະຕິວັດກໍບໍ່ມີເງິນ ເດືອນກິນ, ແຕ່ກໍມີເງິນບຳ ລຸງພໍໄດ້ຕິດໄຖ່ຕິດຖົງຍາມຈຸ ຍາມຈົນ.
ໝົດເດືອນມາກໍໄດ້ຮັບ ອັດຕາບຳລຸງນ້ຳຕານໜຶ່ງໂລ, ນົມສອງສາມປ໋ອງ, ມີປ໋໋ອງປາ ແດ່, ຢາສູບ ແດ່ ແລະ ອື່ນໆ ແນວ ຈຳເປັນ.
ໃນຍຸກນັ້ນ, ເຖິງວ່າ ເຮົາທຸກ ຍາກລຳບາກ ແຕ່ທຸກຄົນກໍພູມ ໃຈທີ່ການຈັດຕັ້ງ ແລະ ການປະ ຕິວັດ ໄດ້ເບິ່ງແຍ່ງ, ທຸກຄົນຍັງ ລໍຄອຍຄວາມຫວັງເຖິງວັນແຫ່ງ ໄຊຊະນະແລ້ວບ້ານເມືອງ ຈະມີ ເອກະລາດຢູ່ເຢັນເປັນສຸກ.
ພໍຕົກມາເຖິງຍຸກນີ້ບ້ານ ເມືອງຈະເລີນພັດທະນາໝົດ ເດືອນມາຄູອາສາເຮົາຄວນ ໄດ້ເງິນເບ້ຍລ້ຽງຈັກສີ່ຊ່າຫ້າ ແສນກີບ ກໍຍັງພໍໄຄແດ່ເນາະ ແມ່ບັກຄຳໂຕຍ!./.

