IMF ເພີ່ມເງິນກູ້ສຸກເສີນໃຫ້ ອາກຊັງຕິນຫວັງກອບກູ້ຄວາມເຊື່ອໝັ້ນ
ກອງທຶນການເງິນສາກົນ (IMF) ຕົກລົງເພີ່ມເງິນກູ້ສຸກເສີນໃຫ້ອາກຊັງຕິນຈາກ 50.000 ລ້ານໂດລາສະຫະລັດ ເປັນ 57.100 ລ້ານໂດລາສະຫະລັດ ຫວັງກອບກູ້ຄວາມເຊື່ອໝັ້ນໃຫ້ແກ່ປະເທດທີ່ມີຂະໜາດເສດຖະກິດໃຫຍ່ອັນດັບສອງຂອງອາເມລິກາໃຕ້.
ທ່ານ ນິໂກລັສ ດູມອບເນ ລັດຖະມົນຕີການເງິນອາກຊັງຕິນ ຖະແຫລງຂ່າວຮ່ວມກັບທ່ານນາງ ຄຣິສຕິນ ລາກາດ ອຳນວຍການ IMF ນອກຮອບກອງປະຊຸມສະມັດຊາໃຫຍ່ ສປຊ ທີ່ນະຄອນນິວຢອກ ຂອງອາເມລິກາວ່າ: ການເພີ່ມເງິນກູ້ສຸກເສີນດັ່ງກ່າວຈະຊ່ວຍໃຫ້ອາກຊັງຕິນຫລຸດພົ້ນຈາກໄລຍະເວລາຫຍຸ້ງຍາກໃນຫລາຍເດືອນມານີ້, ຂະນະທີ່ທ່ານນາງ ລາກາດ ກ່າວວ່າ: ໂຄງການນີ້ຕ້ອງການຊ່ວຍອາກຊັງຕິນແກ້ໄຂບັນຫາທີ່ຜະເຊີນຢູ່ ແລະ ຊ່ວຍເຫລືອກຸ່ມຜູ້ເບາະບາງທີ່ສຸດໃນສັງຄົມ, ແຕ່ຊາວອາກຊັງຕິນຕຳນິວ່າ: ຂໍ້ຕົກລົງນີ້ຈະເຮັດໃຫ້ພວກເຂົາຕ້ອງແບກຮັບພາລະໜີ້ເພີ່ມຂຶ້ນ ໂດຍບໍ່ໄດ້ແກ້ໄຂຄວາມຜິດພາດໃດໆ ເພາະນັກການເມືອງຍັງເປັນກຸ່ມຄົນໜ້າເກົ່າ.
The IMF doubled down on Argentina, expanding a record-breaking bailout https://t.co/yY6OSPmUV3
— Bloomberg (@business) September 27, 2018
IMF ຕົກລົງໃນເດືອນມິຖຸນາວ່າ: ຈະໃຫ້ເງິນກູ້ອາກຊັງຕິນ 50.000 ລ້ານໂດລາສະຫະລັດ ແລະ ໄດ້ຈັດສັນເງິນກູ້ງວດທຳອິດໃຫ້ແລ້ວ 15.000 ລ້ານໂດລາສະຫະລັດ, ແຕ່ປະທານາທິບໍດີ ເມົາຣີຊີໂອ ມາກຣີ ຂອງອາກຊັງຕິນ ເປີດເຜີຍໃນເດືອນກ່ອນວ່າ: ໄດ້ຂໍໃຫ້ IMF ເລັ່ງຈັດສັນເງິນກູ້ທີ່ເຫລືອກ່ອນກຳນົດ, IMF ຕົກລົງເພີ່ມເງິນກູ້ສຸກເສີນໃຫ້ອາກຊັງຕິນ ພາຍຫລັງປະທານທະນາຄານກາງອາກຊັງຕິນຖືກປົດຕຳແໜ່ງໃນມື້ກ່ອນ ເຮັດໃຫ້ເກີດສຽງວິຈານວ່າ ເປັນຍ້ອນທ່ານບໍ່ເຫັນພ້ອມນຳ IMF ເລື່ອງການດຳເນີນຍຸດທະສາດທາງການເງິນຂອງປະເທດ.
ເສດຖະກິດອາກຊັງຕິນຫລຸດລົງຢ່າງວ່ອງໄວ ເພາະເງິນເປໂຊທຽບໃສ່ໂດລາສະຫະລັດອ່ອນຄ່າແລ້ວເຄິ່ງໜຶ່ງນັບແຕ່ຕົ້ນປີຈົນເຖິງປັດຈຸບັນ ໂດຍສະເພາະໄລຍະທີ່ປະທານາທິບໍດີເປີດເຜີຍວ່າ: ຈະຂໍໃຫ້ IMF ເລັ່ງຈັດສັນເງິນກູ້ກ່ອນກຳນົດ, ຄ່າເງິນຫລຸດລົງໄປເຖິງ 20% ພາຍຫລັງທ່ານໄດ້ອອກມາດຕະການຮັດສາຍແອວຂະໜານໃຫຍ່ ໂດຍການຫລຸດຈຳນວນກະຊວງລົງເຖິງເຄິ່ງໜຶ່ງ ແລະ ເກັບພາສີສົ່ງອອກທັນຍາພືດອີກເທື່ອໜຶ່ງ ເຮັດໃຫ້ປະຊາຊົນອອກມາຊຸມນຸມປະທ້ວງທົ່ວປະເທດໃນວັນທີ 24 ກັນຍາ ແລະ ມີການປະລະວຽກທົ່ວປະເທດໃນວັນທີ 25 ກັນຍາ.