ໂຮນລັງຈະຫ້າມຄົນ ຂີ່ລົດຖີບໃຊ້ສະມາດໂຟນ
ລັດຖະບານໂຮນລັງຈະອອກກົດໝາຍຫ້າມໃຊ້ໂທລະສັບສະມາດໂຟນໃນລະຫວ່າງຂັບຂີ່ລົດຖີບ, ຍົກເວັ້ນຈະໃຊ້ອຸປະກອນຫູຟັງ, ພາຍຫລັງຈຳນວນອຸປະຕິເຫດທີ່ກ່ຽວຂ້ອງກັບການຂີ່ລົດຖີບ ແລະ ໂທລະສັບມືຖືເພີ່ມຂຶ້ນເລື້ອຍໆໃນໂຮນລັງ ເຊິ່ງເປັນປະເທດທີ່ມີການໃຊ້ລົດຖີບຢ່າງກວ້າງຂວາງ.
ທ່ານ ຄໍຣາ ຟານ ນິອູເນຮຸຍເຊນ ລັດຖະມົນຕີຂົນສົ່ງຂອງໂຮນລັງ ກ່າວວ່າ: ຮ່າງກົດໝາຍເລື່ອງລົດຖີບຈະມີຜົນບັງຄັບໃຊ້ໃນເດືອນກໍລະກົດປີໜ້າ ເຊິ່ງຕາມຮ່າງກົດໝາຍນີ້ ຈະຫ້າມການໃຊ້ໂທລະສັບໃນລະຫວ່າງຂັບຂີ່ຍານພາຫະນະທຸກປະເພດ ເຊິ່ງລວມທັງລົດຖີບ. ກ່ອນໜ້ານີ້ ມີກົດໝາຍຫ້າມຄົນຂັບລົດໃຫຍ່ ແລະ ລົດບັນທຸກໃຊ້ໂທລະສັບໃນລະຫວ່າງຂັບລົດ ຍົກເວັ້ນຈະໃຊ້ຫູຟັງ ໂດຍຜູ້ທີ່ຝ່າຝືນຈະຕ້ອງຖືກປັບໄໝ 230 ເອີໂຣ, ແຕ່ໃນກົດໝາຍໃໝ່ນີ້ຈະລະບຸສະເພາະເຈາະຈົງເຖິງລົດຖີບ ເຊິ່ງຄ່າປັບໄໝສຳລັບນັກຂັບຂີ່ລົດຖີບທີ່ຝ່າຝືນຄາດວ່າຈະເທົ່າກັນ, ແຕ່ລັດຖະບານກຳລັງລໍຖ້າຜົນການຟັງສຽງປະຊາຊົນກ່ອນ. ສຳລັບໂຮນລັງນັ້ນ ລົດຖີບຖືເປັນວິຖີຊີວິດຂອງປະຊາຊົນ ຈຳນວນລົດຖີບມີຫລາຍກວ່າຈຳນວນປະຊາກອນ ຄືມີລົດຖີບປະມານ 23 ລ້ານຄັນ ຂະນະທີ່ມີປະຊາກອນປະມານ 17 ລ້ານຄົນ. ສຳນັກງານຄວາມປອດໄພແຫ່ງຊາດ ລະບຸວ່າ: ສະມາດໂຟນມີສ່ວນກ່ຽວຂ້ອງກັບການເກີດອຸປະຕິເຫດໃນໂຮນລັງ 1 ຄັ້ງໃນທຸກໆອຸປະຕິເຫດທີ່ເກີດຂຶ້ນທີ່ກ່ຽວຂ້ອງກັບຄົນໄວໜຸ່ມ 5 ຄັ້ງ.