ແຣມຊີ ກຽມລາ ອາເຊນອລ ຫລັງເຈລະຈາລົ້ມ

- news201809271502459 - ແຣມຊີ ກຽມລາ ອາເຊນອລ ຫລັງເຈລະຈາລົ້ມ
- kitchen vibe - ແຣມຊີ ກຽມລາ ອາເຊນອລ ຫລັງເຈລະຈາລົ້ມ

​     ອາຣອນ ​ແຣມຊີ ມິດ​ຟິລ ອາ​ເຊ​ນອລ ສະ​ໂມ​ສອນ​ຍັກ​ໃຫຍ່​ແຫ່ງ ພຣີ​ເມຍ​ລີກ ຕົກ​ເປັນ​ຂ່າວ​ວ່າ​ຕ້ອງການ​ທີ່​ຈະ​ຍ້າຍຈາກ​ຕົ້ນສັງກັດ​ໃນ​ຊ່ວງ​ຊຳ​ເມີ້​ປີໜ້າ ຫລັງ​ການ​ເຈລະຈາ​ສັນຍາ​ສະບັບ​ໃໝ່​ບໍ່​ປະສົບ​ຜົນສຳ​ເລັດ ​ແລະ ກາຍ​ຈຸດ​ທີ່​ຈະ​ກັບ​ມາ​ຕົກລົງ​ກັນ​ແລ້ວ.

ຕາມ​ລາຍ​ງານ​ຂອງ​ເດິ ມິ​ເຣີ ລະບຸ​ວ່າ: ບໍ່ມີ​ຂໍ້​ສະ​ເໜີ​ສຳລັບ​ດາວ​ເຕະ​ທີ​ມຊາດ​ເວລ ​ເຊິ່ງໝາຍ​ຄວາມ​ວ່າ​ລາວ​ຈະ​ຍ້າຍ​ຈາກ​ຖິ່ນ​ເອມິ​ເຣດ ສະ​ເຕດ້ຽມ ​ແບບ​ບໍ່​ມີຄ່າ​ຕົວ ​ເມື່ອ​ສັນຍາ​ສະບັບ​ປັດຈຸບັນ​ສິ້ນສຸດລົງ​ຫລັງ​ຈົບ​ລະດູ​ການ​ນີ້.

- Visit Laos Visit SALANA BOUTIQUE HOTEL - ແຣມຊີ ກຽມລາ ອາເຊນອລ ຫລັງເຈລະຈາລົ້ມ

ກ່ອນ​ໜ້າ​ນີ້ ນັກ​ເຕະ​ໄວ 27 ປີ ຕົກ​ເປັນ​ຂ່າວ​ຢ່າງ​ໜັກ​ກັບ ​ເອຊີ ມິ​ລານ ຍອດ​ທີ​ມ​ແຫ່ງ​ອີ​ຕາ​ລີ ​ເຊິ່ງຫາ​ກໍ​ແຕ່ງຕັ້ງ ອິວານ ກາ​ຊິ​ດິສ ອະດີດ​ຊີ​ອີ​ໂອ​ຂອງ ອາ​ເຊ​ນອລ ​ເຂົ້າ​ເປັນ​ຜູ້​ບໍລິຫານ​ສະ​ໂມ​ສອນ​ຄົນ​ໃໝ່​ໃນ​ຖິ່ນ​ຊານ ຊິ​ໂຣ.

ນອກຈາກ​ນີ້ ຍັງ​ມີ​ລາຍ​ງານ​ວ່າ: ອາ​ເຊ​ນອລ ​ເຄີຍ​ປະຕິ​ເສດ​ຂໍ້​ສະ​ເໜີ​ຈຳນວນ 50 ລ້ານ​ປອນ ສຳລັບ ​ແຣມຊີ ​ໃນ​ຊ່ວງ​ຊຳ​ເມີ້​ຜ່ານ​ມາ ​ໂດຍທັງ ຢູ​ເວນ​ຕຸ​ສ, ​ເຊ​ລຊີ, ​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ​ແລະ ລາຊິ​ໂອ ຕ່າງ​ສະ​ແດງ​ຄວາມ​ສົນ​ໃຈ​ທີ່​ຈະ​ຄວ້າ​ນັກ​ເຕະ​ໄປ​ຮ່ວມ​ທີ​ມ.

- 3 - ແຣມຊີ ກຽມລາ ອາເຊນອລ ຫລັງເຈລະຈາລົ້ມ
- 4 - ແຣມຊີ ກຽມລາ ອາເຊນອລ ຫລັງເຈລະຈາລົ້ມ
- 5 - ແຣມຊີ ກຽມລາ ອາເຊນອລ ຫລັງເຈລະຈາລົ້ມ