ນັກກິລາພິການລາວເດີນທາງເຂົ້າຮ່ວມ ເອຊຽນພາລາເກມຄັ້ງທີ 12 ເຊົ້າທີ 1 ຕຸລາ
ຕອນເຊົ້າມື້ນີ້ (1 ຕຸລາ 2018) ນັກກິລາພິການທີມຊາດລາວ ໄດ້ອອກເດີນທາງເຂົ້າຮ່ວມການແຂ່ງຂັນເອຊຽນພາລາເກມ ຄັ້ງທີ 12 ທີ່ປະເທດອິນໂດເນເຊຍ ຈະຈັດຂຶ້ນລະຫວ່າງວັນທີ 6-14 ຕຸລານີ້ ເຊິ່ງນໍາໂດຍທ່ານ ສີທາດ ຈັນທະບູລີ ຫົວໜ້າກົມກິລາມວນຊົນ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະຄູຝຶກ ແລະ ນັກກິລາ 4 ປະເພດຮ່ວມເດີນທາງຄັ້ງນີ້.
ການແຂ່ງຂັນເອຊຽນພາລາເກມ ຄັ້ງທີ 12 ທີ່ປະເທດອິນໂດເນເຊຍຄັ້ງນີ້ ກົມກິລາມວນຊົນ ກະຊວງສຶກສາທິການ ແລະ ກິລາ ກໍຄື ສປປ ລາວ ໄດ້ສົ່ງ 4 ປະເພດກິລາຄື: ແລ່ນ-ລານ, ລອຍນໍ້າ, ໂກນບານຍິງ ແລະ ຍົກນໍ້າໜັກ ເຊິ່ງນັກກິລາລວມທັງໝົດ 16 ຄົນ, ໃນນັ້ນ ມີຍິງ 8 ຄົນ.
ສໍາລັບການແຂ່ງຂັນເອຊຽນເກມຄັ້ງທີ່ຜ່ານມາ ທີ່ປະເທດເກົາຫລີ, ສປປ ລາວ ສົ່ງນັກ 2 ປະເພດກິລາຄື: ຍົກນໍ້າໜັກ ລຸ້ນ 49 ກິໂລ ແລະ ແລ່ນ-ລານ ໂດຍສາມາດຍາດໄດ້ຫລຽນທອງໃນປະເພດຍົກນໍ້າໜັກ.