ກະຕໍ້ຄູ່ຍິງລາວສ້າງປະຫວັດສາດ ໃນການຊີງແຊ້ມໂລກຄັ້ງທີ 33
ການແຂ່ງຂັນກະຕໍ້ຊີງແຊ້ມໂລກຄັ້ງທີ 33 ທີ່ປະເທດໄທເປັນເຈົ້າພາບ ເຊິ່ງຈັດຂຶ້ນລະຫວ່າງວັນທີ 23-30 ຕຸລາຜ່ານມານີ້ ກະຕໍ້ຄູ່ຍິງທີມຊາດລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນອີກຄັ້ງ ໂດຍຍາດໄດ້ຫລຽນຄໍາ ປະ ຫວັດສາດໃຫ້ແກ່ ສປປ ລາວ ແລະ ເປັນຫລຽນທີ 2 ຂອງທີມຊາດລາວໃນການແຂ່ງຂັນດັ່ງກ່າວ.
ການແຂ່ງຂັນກະຕໍ້ຊີງແຊ້ມໂລກຄັ້ງທີ 33 ທີມຊາດລາວ ສາມາດຍາດໄດ້ 2 ຫລຽນຄໍາໃນປະຫວັດສາດໜ້າໃນໃໝ່ຂອງວົງການກິລາກະຕໍ້ລາວ ເຊິ່ງ 2 ຫລຽນຄໍາໄດ້ຈາກກະຕໍ້ຄູ່ຊາຍ ແລະ ຄູ່ຍິງ ໂດຍໃນຮອບຊີງຊະນະເລີດຂອງຄູ່ຍິງເປັນການພົບກັນລະຫວ່າງ ທີມຊາດລາວ ກັບ ທີມຊາດເກົາຫລີ ເຊິ່ງຜ່ານການແຂ່ງຂັນປາກົດວ່າ: ທີມຊາດລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ໂດຍຊະນະ 2-1 ແຊັດຄື: ເຊັດທໍາອິດເສຍໃຫ້ ເກົາຫລີ 21-12 ຄະແນນ ແລະ ເຊັດທີ 2 ລາວ ຊະນະ 21-18 ຄະແນນ, ເຊັດທີ 3 ລາວຊະນະ 21-10 ຄະແນນ ສົ່ງຜົນໃຫ້ທີມຊາດລາວສາມາດຍາດໄດ້ຫລຽນຄໍາ, ສ່ວນຫລຽນເງິນຕົກເປັນຂອງ ເກົາຫລີ.
ການເຂົ້າຮ່ວມແຂ່ງຂັນຊີງແຊ້ມໂລກຄັ້ງນີ້ ທາງຄະນະສະຫະພັນກະຕໍ້ແຫ່ງຊາດລາວ ໄດ້ກໍານົດໃຫ້ເຂົ້າຮ່ວມຊາຍ 5 ລາຍການ, ຍິງ 5 ລາຍການຄື: ກະຕໍ້ລອດຮວງ, ທີມ 4 ຄົນ, ທີມດ່ຽວ 3 ຄົນ, ທີມຄູ່ ແລະ ທີມຊຸດ ເຊິ່ງໃນເບື້ອງຕົ້ນແມ່ນຈະສົ່ງພຽງແຕ່ຊາຍ 4 ລາຍການ, ຍິງ 4 ລາຍການເທົ່ານັ້ນ.