ຊາຍຮົງກົງຕິດເຊື້ອຕັບອັກເສບ ທີ່ພົບໃນໜູເປັນຄົນທຳອິດຂອງໂລກ


ມະຫາວິທະຍາໄລຮົງກົງ ເປີດເຜີຍວ່າ: ຊາຍຊາວຮົງກົງຄົນໜຶ່ງຕິດເຊື້ອໄວຣັດຕັບອັບເສບອີທີ່ພົບໃນໜູ ຖືເປັນຜູ້ປ່ວຍຄົນທຳອິດຂອງໂລກ ແລະ ເປັນເລື່ອງໃຫຍ່ດ້ານສາທາລະນະສຸກ.
ໜັງສືພິມເຊົາໄຊນາມໍນິງໂພດ ລາຍງານການຄົ້ນພົບຂອງມະຫາວິທະຍາໄລຮົງກົງວ່າ: ຖືເປັນເທື່ອທຳອິດຂອງໂລກທີ່ສາມາດພິສູດໄດ້ວ່າ ເຊື້ອໄວຣັດຕັບອັກເສບອີທີ່ພົບໃນໜູສາມາດຕິດຕໍ່ສູ່ຄົນ ແລະ ເຮັດໃຫ້ບໍ່ສະບາຍໄດ້. ເຊື້ອນີ້ເກືອບບໍ່ມີຄວາມກ່ຽວຂ້ອງກັບໄວຣັດຕັບອັກເສບອີທີ່ພົບໃນຄົນ, ຜູ້ຕິດເຊື້ອເປັນຊາຍອາຍຸ 56 ປີ ຜົນກວດການເຮັດວຽກຂອງຕັບຜິດປົກກະຕິຢ່າງຕໍ່ເນື່ອງນັບແຕ່ຮັບການປູກຖ່າຍຕັບ. ນັກວິໄຈສັນນິຖານວ່າ: ລາວອາດຕິດເຊື້ອຈາກອາຫານປົນເປື້ອນຂີ້ໜູທີ່ຕິດເຊື້ອ ເພາະອາໄສຢູ່ໃນອາຄານທີ່ມີໜູເປັນຈຳນວນຫລາຍ, ປັດຈຸບັນເຊົາແລ້ວ ພາຍຫລັງໄດ້ຮັບການປິ່ນປົວ.
ສ່ວນເຊື້ອໄວຣັສຕັບອັກເສບອີທີ່ພົບໃນຄົນ ຂໍ້ມູນຂອງອົງການອະນາໄມໂລກ ລະບຸວ່າ: ທົ່ວໂລກມີຜູ້ຕິດເຊື້ອປີລະ 20 ລ້ານຄົນ ມັກຕິດຕໍ່ຈາກການດື່ມນ້ຳປົນເປື້ອນເຊື້ອ, ຜູ້ຕິດເຊື້ອຈະເປັນໄຂ້, ປວດຮາກ ແລະ ອາດເກີດອາການຕັບວາຍໃນບາງຄົນ.