ຄົນຮ້າຍຊາວຕ່າງຊາດລັກຄໍາຮູບປະພັນ​ໃນຕະຫລາດ​ນະຄອນຫລວງ​ພະ​ບາງຖືກເຈົ້າໜ້າທີ່ຈັບຕົວແລ້ວ

- Untitled 2 - ຄົນຮ້າຍຊາວຕ່າງຊາດລັກຄໍາຮູບປະພັນ​ໃນຕະຫລາດ​ນະຄອນຫລວງ​ພະ​ບາງຖືກເຈົ້າໜ້າທີ່ຈັບຕົວແລ້ວ
- kitchen vibe - ຄົນຮ້າຍຊາວຕ່າງຊາດລັກຄໍາຮູບປະພັນ​ໃນຕະຫລາດ​ນະຄອນຫລວງ​ພະ​ບາງຖືກເຈົ້າໜ້າທີ່ຈັບຕົວແລ້ວ

ທ້າວ ຫງວຽນ​ຈຸ່ງ​ແທ່ງ ອາຍຸ 33 ປີ ແລະ ທ້າວ ຫງວຽນ​ ວັນ​ ເລິ​ມ ອາຍຸ 28 ປີສັນຊາດ​ຫວຽດນາມ, ຢູ່​ແຂວງ​ເຫ​ງະ​ອານ ສສ.ຫວຽດນາມ, ຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍເມື່ອບໍ່ດົນມານີ້, ພາຍຫລັງຮ່ວມກັນກໍ່ເຫດລັກຄໍາຮູບປະພັນໃນຮ້ານຂາຍຄໍາແຫ່ງໜຶ່ງຢູ່ຕະຫລາດ ດາຣາ ະຄອນຫລວງພະບາງ ເມື່ອວັນທີ 26 ກັນຍາຜ່ານມານີ້.

ຮອງ​ຫົວໜ້າ​ຫ້ອງ​ຕຳຫລວດ ປກສ ​ແຂວງ​ຊຽງ​ຂວາງ ລາຍງານໃຫ້ຮູ້​ວ່າ: ພາຍຫລັງ​ໄດ້​ຮັບແຈ້ງວ່າ​ມີ​ຄົນ​ຮ້າຍ 2 ຄົນ​ກໍ່​ເຫດລັກຄໍາຮູບປະພັນເປັນຈໍານວນຫລາຍ​ຢູ່​ຕະຫລາດດັ່ງກ່າວໃນວັນທີ 26 ກັນຍາ 2018 ແລະ ໄດ້ຫລົບໜີເຂົ້າມາແຂວງຊຽງຂວາງ, ຈຶ່ງ​ໄດ້​ຈັດ​ກຳລັງ​ສະກັດ​ຕາມສາຍທາງເຂົ້າສູ່​ແຂວງ ແລະ ຮອດ​ເວລາ 17:00 ​ໂມງ​ຂອງ​ມື້​ດຽວ​ກັນຈຶ່ງ​ສາມາດ​ສະກັດ​ຈັບ​ຄົນຮ້າຍໄດ້ 1 ຄົນ​ຢູ່​ເຂດເມືອງ​ພູ​ກູດ ​ໃນຂະນະນັ່ງຢູ່ລົດ​ໂດຍສານ ແລະ ອີກໜຶ່ງຄົນ​ແມ່ນ​ຈັບ​ໄດ້​ໃນເວລາ​ປະມານ 24:00 ​ໂມງໃນວັນ​ດຽວ​ກັນ​ຢູ່ເຂດ​ເມືອງ​ແປກ​ແຂວງ​ຊຽງ​ຂວາງ.

ຜ່ານ​ການ​ສືບສວນ-ສອບ​ສວນ​ຂອງເຈົ້າໜ້າທີ່ພວກ​ກ່ຽວໄດ້ຮັບສາລະພາບ​​ວ່າ: ພາຍຫລັງ​ກໍ່​ເຫດ, ​ແມ່ນ​ໄດ້​ແຍກ​ກັນ​ຫລົບໜີ​ ເພື່ອຫລົບຫລີກການຕິດ​ຕາມ​ຕົວ​ຂອງ​ເຈົ້າໜ້າ​ທີ່, ​ໂດຍນັດ​ພົບ​ກັນ​ຢູ່​ແຂວງ​ຊຽງ​ຂວາງ, ໂດຍ​ໃຫ້​ທ້າວ ຫງວຽນຈຸ່​ງ ​ແທ່ງ ຂຶ້ນ​ລົດ​ໂດຍສານ​ໄປ​ກ່ອນ ແລະ ​ທ້າວ ຫງວຽນ​ ວັນ ​ເລິ​ມ ​ຂີ່​ລົດຈັກ​​ໄປ​ນໍາ​ຫລັງ ແລະ ພໍ​ຮອດ​ແຂວງ​ຊຽງ​ຂວາງກໍ​ຖືກ​ເຈົ້າໜ້າ​ທີ່​ຈັບ​ຕົວ​ມາດໍາເນີນຄະດີຕາມລະບຽບກົດໝາຍ.

- 5 - ຄົນຮ້າຍຊາວຕ່າງຊາດລັກຄໍາຮູບປະພັນ​ໃນຕະຫລາດ​ນະຄອນຫລວງ​ພະ​ບາງຖືກເຈົ້າໜ້າທີ່ຈັບຕົວແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!