ຮອງນາຍົກລັດຖະມົນຕີຢ້ຽມຢາມການພັດທະນາເຂດເສດຖະກິດໃໝ່ສີທັນດອນ
ເມື່ອທ້າຍອາທິດຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ, ທີ່ແຂວງຈຳປາສັກ ເພື່ອກະກຽມຄວາມພ້ອມການກໍ່ສ້າງໄລຍະທຳອິດ(2018-2025).
ທ່ານ ລາຕີ ສີສຸພັນນະວົງ ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນຈຳກັດ, ໄດ້ລາຍງານຄວາມຄືບໜ້າເບື້ອງຕົ້ນໃນການພັດທະນາເຂດພາຍຫລັງ ໂຄງການໄດ້ຮັບການອະນຸມັດຈາກລັດຖະບານໃນທ້າຍເດືອນມິຖຸນາຜ່ານມານີ້, ເຊິ່ງໄດ້ສຸມໃສ່ບາງໜ້າວຽກສຳຄັນຄື: ໄດ້ສຳເລັດພິທີເຊັນສັນຍາມອບ-ຮັບຣີສອດຄອນພະເພັງ, ພ້ອມທັງດໍາເນີນການປັບປຸງຫ້ອງພັກຈຳນວນ 25 ຫ້ອງ ແລະ ສຳເລັດການສຳຫຼວດທີ່ຕັ້ງສຳນັກງານ, ອອກແບບເຮືອນຮັບແຂກ ແລະ ທີ່ຢູ່ອາໄສຂອງພະນັກງານມີທັງໝົດ 200 ຫ້ອງ. ສຳເລັດການຈົດທະບຽນສ້າງຕັ້ງບໍລິສັດໃນເຂດພັດທະນາຈຳນວນ 6 ບໍລິສັດ. ສຳເລັດການສຳຫຼວດອອກແບບເສັ້ນທາງອ້ອມດອນໂຂງທີ່ມີຄວາມຍາວ 43 ກິໂລແມັດ ແລະ ທາງລຽບແຄມຂອງຈາກຄອນພະເພັງຫາບ້ານຂີ້ນາກ. ສຳເລັດການແຕ່ງຕັ້ງຄະນະກຳມະການຊົດເຊີຍຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍທັງລະດັບສູນກາງ ແລະ ທ້ອງຖິ່ນ. ສຳເລັດການສຳຫຼວດແຫຼ່ງທ່ອງທ່ຽວທີ່ສຳຄັນ, ໂດຍສະເພາະແມ່ນຄອນພະເພັງ ແລະ ສົມພາມິດ. ນອກນັ້ນກໍກຳລັງປັບປຸງແຜນແມ່ບົດ ແລະ ບົດວິພາກເສດຖະກິດໃໝ່ ໃຫ້ເເທດເໝາະກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນພື້ນຖານໂຄງລ່າງຂອງເຂດ A, B, C ແລະ D ເນື້ອທີ່ 7.075 ເຮັກຕາ. ປັດຈຸບັນກຳລັງກະກຽມພິທີວາງສິລາລືກ ແລະ ການໂຄສະນາປີທ່ອງທ່ຽວ ເພື່ອກະກຽມການກໍ່ສ້າງເສັ້ນທາງອ້ອມດອນໂຂງໃນຕົ້ນເດືອນຕຸລານີ້, ສ່ວນວຽກສຳຫຼວດອອກແບບຣີສອດ 2 ແຫ່ງ, ຕຶກອາຄານໂຮງແຮມ ແລະ ກາຊິໂນ ໃຫ້ສຳເລັດເພື່ອສາມາດລົງມືກໍ່ສ້າງໃນປີ 2019 ຈະມາເຖິງ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ໃຫ້ທິດຊີ້ນຳໂດຍເນັ້ນໃຫ້ບໍລິສັດຜູ້ພັດທະນາກະກຽມແຜນວຽກລະອຽດໃນການຈັດຕັ້ງປະຕິບັດ, ເຊິ່ງໂຄງການດັ່ງກ່າວໄດ້ແບ່ງອອກເປັນ 6 ໄລຍະໃນການພັດທະນາ, ໃນນັ້ນໄລຍະທີ່ໜຶ່ງແຕ່ປີ 2018-2025 ໃນເນື້ອທີ່ 7.075 ເຮັກຕາ ໃນເຂດຄອນພະເພັງ ກວມເອົາ 8 ບ້ານທີ່ປະກອບດ້ວຍ 17 ກິດຈະການ ທີ່ຈະປະຕິບັດ, ໃນປີ 2019 ເພື່ອລາຍງານລັດຖະບານ, ພ້ອມທັງສ້າງໂຄງປະກອບການຈັດຕັ້ງຂອງບໍລິສັດໃຫ້ລະອຽດ, ສ້າງແຜນຈຳລອງການພັດທະນາໂຄງການ ເພື່ອນຳເອົາໄປໂຄສະນາດຶງດູດການລົງທຶນຈາກຕ່າງປະເທດ, ໂດຍມອບໃຫ້ຄະນະກໍາມະການຂັ້ນແຂວງ, ເມືອງ ຮ່ວມກັບໂຄງການເຜີຍແຜ່ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຮັບຮູ້ເຂົ້າໃຈ, ໂດຍສະເພາະແມ່ນຕ້ອງໄດ້ຊົດເຊີຍ ແລະ ຈັດສັນທີ່ຢູ່ໃໝ່ໃຫ້ເຂົາເຈົ້າມີການຜະລິດໃໝ່, ອາຊີບໃໝ່ ຈຶ່ງຄ່ອຍເຂົ້າໄປພັດທະນາ. ສຳລັບການປຸກສ້າງອາຄານໃນເຂດພັດທະນາ ຕ້ອງອອກແບບໃຫ້ມີລັກສະນະວັດທະນະທຳລາວ ເພື່ອສົ່ງເສີມວຽກງານການທ່ອງທ່ຽວ ແລະ ການກໍ່ສ້າງແມ່ນໃຫ້ເອົາໃຈໃສ່ນຳໃຊ້ວັດຖຸດິບພາຍໃນ, ໂດຍສະເພາະແມ່ນຊີມັງ, ສໍາລັບການກໍ່ສ້າງເສັ້ນທາງໃນເຂດພັດທະນາແມ່ນໃຫ້ຂະແໜງການພາກລັດສົມທົບກັບບໍລິສັດກວດກາ,ຕິດຕາມການກໍ່ສ້າງໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບ.