ນາໂຕກຽມຊ້ອມຮົບຄັ້ງໃຫຍ່ສຸດ ນັບແຕ່ສົງຄາມເຢັນ

- news IVyNphbhdA230015 533 - ນາໂຕກຽມຊ້ອມຮົບຄັ້ງໃຫຍ່ສຸດ ນັບແຕ່ສົງຄາມເຢັນ
- kitchen vibe - ນາໂຕກຽມຊ້ອມຮົບຄັ້ງໃຫຍ່ສຸດ ນັບແຕ່ສົງຄາມເຢັນ

​ເລຂາທິການ​ນາ​ໂຕ ກ່າວ​ວ່າ: ການ​ຊ້ອມ​ຮົບ​ພາຍ​ໃຕ້​ລະຫັດ Trident Juncture 18 ທີ່​ມີ​ທະຫານ​ເຂົ້າຮ່ວມ 45.000 ຄົນ ​ໄລຍະກາງ​ເດືອນ​ຕຸລາ​ເຖິງ​ກາງ​ເດືອນ​ພະຈິກ ຈະ​ເປັນ​ການ​ຊ້ອມ​ຮົບ​ຄັ້ງ​ໃຫຍ່​ສຸດ​ຂອງ​ນາ​ໂຕ ນັບ​ແຕ່​ສົງຄາ​ມ​ເຢັນ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ທ່ານ ​ເຢນ ສຕໍ​ເຕນ​ເບິ​ກ ​ເລຂາທິການ​ອົງການ​ສົນທິສັນຍາ​ອັດ​ລັງ​ຕິກ​ເໜືອ (ນາ​ໂຕ) ​ເປີດ​ເຜີຍ​ຕໍ່​ສື່​ມວນ​ຊົນ ​ໃນ​ວັນ​ທີ 2 ຕຸລາ ​ເຊິ່ງ​ເປັນ​ມື້ທຳ​ອິດ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ 29 ປະ​ເທດ​ພັນທະ​ມິດ​ທາງ​ທະຫານ ທີ່​ສຳນັກງານ​ໃຫຍ່​ແຫ່ງ​ໃໝ່​ຂອງ​ນາ​ໂຕ ​ໃນ​ນະຄອນຫລວງ​ບຣຸກ​​ແຊນວ່າ: ການ​ຊ້ອມ​ຮົບ “​Trident Juncture 18” ຈະ​ຈຳລອງ​ການ​ປ້ອງ​ກັນ​ລັດ​ສະມາຊິກ​ຈາກ “ສັດຕູ​ສົມມຸດ”, ​ແຕ່​ທະຫານ, ລົດ​ຕັງ, ​ເຮືອ ​ແລະ ​ເຮືອບິນ ​ເດີນທາງ​ມຸ່ງ​ໜ້າ​ໄປ​ນອກ​ແວ ປະ​ເທດ​ໃນ​ພາກພື້ນບອນ​ຕິກ ​ແລະ ອັດ​ລັງ​ຕິກ​ເໜືອ ​ເຊິ່ງຢູ່​ກົງກັນຂ້າມ​ກັບຣັດ​ເຊຍ.

- Visit Laos Visit SALANA BOUTIQUE HOTEL - ນາໂຕກຽມຊ້ອມຮົບຄັ້ງໃຫຍ່ສຸດ ນັບແຕ່ສົງຄາມເຢັນ

​ເຖິງ​ວ່າ​ຈະ​ເປັນ​ການ​ເຄື່ອນ​ຍ້າຍ​ກຳລັງ​ພົນ ​ແລະ ຍານ​ຍົນ​ຄັ້ງ​ໃຫຍ່​ສຸດ​ຂອງ​ນາ​ໂຕ ນັບ​ແຕ່​ການ​ແຕກ​ສະຫລາຍ​ຂອງ​ສະຫະພາບ​ໂຊ​ວຽດ ​ໃນ​ປີ 1991 ​ແຕ່​ຍັງ​ນ້ອຍ​ກວ່າ​ການ​ຊ້ອມ​ຮົບ ວອສຕອດ-18 ຂອງຣັດ​ເຊຍ ​ແລະ ຈີນ ​ໃນ​ເດືອນ​ຜ່ານ​ມາ.

ທ່ານ ສຕໍ​ເຕນ​ເບິ​ກ ກ່າວ​ວ່າ: ການ​ຊ້ອມ​ຮົບ​ຄັ້ງນີ້ ​ເພື່ອ​ໃຊ້​ປ້ອງ​ກັນ ​ແລະ ມີ​ຄວາມ​ໂປ່​ງ​ໃສ, ​ເພື່ອ​ຄວາມ​ໝັ້ນຄົງ ​ແລະ ການ​ຮ່ວມ​ມື​ໃນ​ເອີຣົບ (OSCE) ລວມທັງຣັດ​ເຊຍ ລ້ວນ​ໄດ້​ຮັບ​ເຊີນ​ໃຫ້​ສົ່ງ​ຄະນະ​ຜູ້​ສັງ​ເກດ​ການ​ເຂົ້າຮ່ວມ.

- 4 - ນາໂຕກຽມຊ້ອມຮົບຄັ້ງໃຫຍ່ສຸດ ນັບແຕ່ສົງຄາມເຢັນ
- 3 - ນາໂຕກຽມຊ້ອມຮົບຄັ້ງໃຫຍ່ສຸດ ນັບແຕ່ສົງຄາມເຢັນ
- 5 - ນາໂຕກຽມຊ້ອມຮົບຄັ້ງໃຫຍ່ສຸດ ນັບແຕ່ສົງຄາມເຢັນ